ການທຳຮ້າຍທາງເພດແມ່ນຫຍັງ?

ການເຂົ້າໃຈວ່າການທຳຮ້າຍທາງເພດແມ່ນ ຫຍັງ ຊ່ວຍໃຫ້ເຮົາຕອບໂຕ້ກັບມັນໄດ້.

ສິດແລະທາງເລືອກຂອງທ່ານຫຼັງຈາກຖືກທຳຮ້າຍທາງເພດເມື່ອໝໍ່ໆນີ້

ສິດແລະທາງເລືອກຂອງທ່ານຫຼັງຈາກຖືກທຳຮ້າຍທາງເພດເມື່ອໝໍ່ໆນີ້

1800RESPECT

ສິດແລະທາງເລືອກຂອງທ່ານຫຼັງຈາກຖືກທຳຮ້າຍທາງເພດເມື່ອໝໍ່ໆນີ້

ການ​ທຳ​ຮ້າຍ​ທາງ​ເພດ​ແມ່ນກະ​ທຳ​ທາງ​ເພດຫຼື​​ທີ່ເປັນ​ໄປ​ໃນ​ທາງ​ເພດ​ທີ່​ເຮັດ​ໃຫ້​ຄົນ​ຜູ້​ໜຶ່ງ​ຮູ້​ສຶກບໍ່​ສະ​ບາຍ​ໃຈ, ຖືກ​ຂົ່ມ​ຂູ່ຫຼື​ຢ້ານ​ກົວ.  ແມ່ນ​ຄວາມ​ປະ​ພຶດ​ທີ່​ຄົນ​ຜູ້ນັ້ນ​ບໍ່​ໄດ້​ເຊີນ​ຊວນຫຼື​ເລືອກ​ເອົາ.

ການ​ທຳ​ຮ້າຍ​ທາງ​ເພດ​​ແມ່ນການ​ທຳ​ລາຍ​ຄວາມ​ໄວ້​ວາງ​ໃຈ​ແລະ​ເປັນ​ການ​ປະ​ຕິ​ເສດ​ສ​ິດ​ທິ​ຂອງ​ແຕ່​ລະ​ບຸກ​ຄົນ​ທີ່​ມີ​ສິດ​ກ່ຽວ​ກັບ​ຮ່າງ​ກາຍ​ຂອງ​ຕົນ​ເອງ.  ການ​ທຳ​ຮ້າຍ​ທາງ​ເພດ​ແມ່ນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຕໍ່​ສິດ​ແລະ​ອຳ​ນາດ​ທີ່​ຄົນ​ຜູ້​ໜຶ່ງ​.

ກາ​ນ​ທຳ​ຮ້າຍ​ທາງ​ເພດ​ອາດ​ຈະ​ກະ​ທຳ​ຕໍ່​ຜູ້  ​ໃຫ​ຍ່ຫຼື​ເດັກ, ແມ່​ຍິງຫຼື​ຜູ້​ຊາຍ, ແລະ​ຄົນ​ຈາກ​ທຸກ​ ພື້ນ​ຖານ​ຕ່າງໆ.

ນອກນີ້ ການ​ທຳ​ຮ້າຍ​ທາງ​ເພດອາດ​ຈະ​ເອີ້ນ​ວ່າ​ການ​ຂົ່ມ​ເຫັງ​ທາງ​ເພດຫຼື​ຄວາມ​ຮຸນ​ແຮງ​ທາງ​ເພດ.  ຄຳ​ສັບ​ເຫຼົ່າ​ນີ້​ໃຊ້​ສຳ​ລັບ​ກ່າວ​ເຖິງ​ການ​ທຳ​ຮ້າ​ຍ​ທາງ​ເພດ, ເຊັ່ນ​ການ​ຂົ່ມ​ຂືນ​ແລະ​ຂົ່ມ​ເຫັງ​ທາງ​ເພດ, ແລະ​ມີ​ຄວາມ​ໝາຍ​ທົ່ວ​ໄປເມື່ອ​ໃຊ້​ໃນ​ການ​ສົນ​ທະ​ນາ​ໃນ​ແຕ່​ລະ​ວັນ​ແລະ​ມີ​ຄວາມ​ໝາຍ​ສະ​ເພາະ​ເມື່ອ​ໃຊ້ ບັນ​ຍາຍ​ເຖິງ​ການ​ກະ​ທຳ​ຜິດ​ກ່ຽວ​ກັບ​ເພດ​ທາງ​ກົດ​ຫມາຍອາ​ຍາ​.  ຢູ່​ໃນ​ເວັບ​ໄຊ​ທ໌ນີ້, ພວກ​ເຮົາ​ໃຊ້​ສັບ​ເຫຼົ່າ​ນີ້​ແບບ​ທົ່ວໆ​ໄປ​ເທົ່າ​ນັ້ນ.

ຖ້າ​ທ່ານ​ຄິ​ດ​ວ່າ​ໄດ້​ເກີດ​ມີ​ ການ​​ກະ​ທຳ​ຜິດ​ກ່ຽວ​ກັບ​ເພດ​ທາງ​ກົດ​ຫມາຍ​ອາ​ຍາ​ຂຶ້ນ​ແລະ​ທ່ານ​ຢາກ​ຮ້ອງ​ຮຽນ, ທ່ານ​ອາດ​​ຢາກ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເພີ້ມ​ເຕີມ.  ທ່ານ​ສາ​ມາດ​ເຮັດ​ໄດ້​ໂດຍ​ຕິດ​ຕໍ່ ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທຳ​ຮ້າຍ​ທາງ​ເພດ​ຢູ່​ໃນ​ເຂດ​ຂອງ​ທ່ານ [ເປັ​ນ​ພາ​ສາ​ອັງ​ກິດ], ຕຳຫຼວດ, ທ່ານ​ໝໍ ຫຼື ທະ​ນາຍ​ຄວາມ​ເອ​ກະ​ຊົນ.  ລະ​ຍະ​ເວ​ລາ​ໃນ​ການ​ແຈ້ງ​ກໍ​ສຳ​ຄັນ​ແລະ​ບໍ​ລິ​ການ​ເຫຼົ່າ​ນີ້​ສາ​ມາດ​ໃຫ້​ຂ​ໍ້​ມູນ​ກ່ຽວ​ກັບ​ສິດ​ທິ​ແລະ​ທາງ​ເລືອກຕ່າງໆ.

ການ​ທຳ​ຮ້າຍ​ທາງ​ເພດ​ເກີດ​ຂຶ້ນ​ໄດ້​ໃນຫຼາຍ​ຮູບ​ແບບ

ການ​ເຂົ້າ​ໃຈ​ວ່າ​ການ​ທຳ​ຮ້າຍ​ທາງ​ເພດ​ແມ່ນ ​ຫ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ຕອບ​ໂຕ້​ເມື່ອ​ໝູ່​ເພື່ອນ, ຄົນ​ໃນ​ຄອບ​ຄົວ​ຫຼື​​ຜູ້ມາ​ໃຊ້​ບໍ​ລິ​ການ​ເປີດເຜີຍ​ວ່າ​ເຂົາ​ເຈົ້າ​ໄດ້​ຖືກ​ທຳ​ຮ້າຍ.  ຈຸດ​ສຳ​ຄັນ​ຂ້າງ​ລຸ່ມນີ້​ຈະ​ໃຫ້​​ບາງ ຕົວ​ຢ່າງຂອງ​ການ​ທຳ​ຮ້າຍ​ທາງ​ເພດ:

  • ລ່ວງ​ເກີນ​ທາງ​ເພດ.

  • ການ​ຈັບ​ບາຍຫຼື​ການຈູ​ບ​ທີ່​ຄົນ​ນັ້ນ​ບໍ່​​ປາດ​ຖະ​ໜາ

  • ການ​ກະ​ທຳ​​ທາງ​ເພດຫຼື​ກ່ຽວ​ກັບ​ທາງ​ເພດ ທີ່​ຝືນ​ໃຈຫຼືບັງ​ຄັບ, ລວມ​ທັງ​ການ​ກະ​ທຳ​ທີ່​​ຮຸນ​ແຮງຫຼື​ເຈັບ​ປວດ.

  • ການ​ເອົາ​ອະ​ໄວ​ຍະ​ວະ​ເພດ​ອອກ​ມາ​ອວດ​ເຊັ່ນ  ‘ຈົກ​ຂອງ​​ອວດ’.

  • ​ ການ​ຜົກ​ຈອບ​ເບີ່ງ.

  • ມ​ີ​ຄ​ົນ​​ຈອບ​ເບິ່ງ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ເມື່ອ​ທ່ານ​ເປືອຍ​ກາຍຫຼື​ກຳ​ລັງ​ຮ່ວມ​ເພດ.

  • ການ​ເອົາ​ຮູບ​ທາງ​ເພດ​ໄປ​ລົງ​ອິນ​ເຕີ​ແນັດ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ.

  • ຖືກ​ບັງ​ຄັບຫຼື​ຝືນ​ໃຈ​ຈາກ​ໃຜ​ຜູ້​ໜຶ່ງ​ໃຫ້​ເບິ່ງຫຼື​ເຂົ້າ​ຮ່ວມ​ໃນ​​ການ​ຖ່າຍພາບ​ລາ​ມົກ​ອະ​ນາ​ຈານ.

  • ວາງ​ຢາ​ໃສ່​ເຄື່ອງ​ດື່ມ, ຫຼື​ໃຊ້​ຢາ​ແລະ​ເຫຼົ້າ, ເພື່ອ​ ລົດຫລືທຳລາຍກຳລັງຂອງຄົນຜູ້ນື່ງ​ໃນ​ການ​​ເລືອກ​ກ່ຽວ​ກັບ ເລື້ອງ​ເພດຫຼື​ການ​ກະ​ທຳ​ທາງ​ເພດ.

  • ຮ່ວມ​ເພດ​ກັ​ບ​ໃຜ​ຜູ້​ໜຶ່ງ​ທີ່ນອນຫຼັບ​ຢູ່, ເມົາ​ເຫຼົ້າ /ເມົາ​ຢາ​ຢ່າງ​ອື່ນຢ່າງ​ໜັກ.

  • ເວົ້າ​ລາ​ມົກ ເວົ້າຕະຫຼົກຫ​ຍາບ​ຄາຍ ຫຼື ການ​ສະ​ແດງ ຮູບກ່ຽວ​ກັບ​ທາງ​ເພດ, ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​​ແບບ ຄວາມ​ປະ​ພຶດ​ທີ່​ຝືນ​ໃຈ​ຄົນ​ອື່ນ, ຂົ່ມ​ຂູ່ ຫຼື ເອົາ​ປຽບ.

  • ຂົ່ມ​ຂືນ (ການ​ທິ່​ມ​ແທງ​ພາກ​ສ່ວນ​ຮ່າງ​ກາຍ​ທີ່​ເປັ​ນ​ຮູ​ໂດຍ​ຂອງ​ໃດໆ).

  • ການ​ ‘ສ້ຽມ​ສອນ’ ໃຫ້​ເດັກ​ນ້ອຍຫຼື​ຄົນ​ທີ່​ອ່ອນ​ແອ​ໃຫ້​ກະ​ທຳ​ການ​ທາງ​ເພດ​ຢ່າງ​ໃດ​ຢ່າງ​ໜຶ່ງ.

  • ຄວາມ​ປະ​ພຶດ​ທາງ​ເພດ​ໃດໆ​ກັບ​ເດັກ​ນ້ອຍ.

ການ​ທຳ​ຮ້າຍ​ທາງ​ເພດ​ບໍ່​ແມ່ນ​ສິ່ງ​ດຽວ​ກັນ​ກັບ​ການ​ມີ​ຄວາມ​ຮູ້​ສຶກ​ທາງ​ເພດ.  ​ການ​ທຳ​ຮ້າຍ​ທາງ​ເພດ​ແມ່ນ​ຄວາມ​ປະ​ພຶດ​ທາງ​ເພດ​ທີ່​ບໍ່​ຕ້ອງ​ການຫຼື​ການ​ກະ​ທຳ​ທີ່​ໃຊ້​ການ​ຂົ່ມ​ຂູ່, ຝືນ​ໃຈ ຫຼື ບັງ​ຄັບ​ເພື່ອ​ສະ​ແດງ​ອຳ​ນາດຫຼື​ປະ​ຕິ​ເສດ​ສິດ​ທິ​ໃນ​ການ​ເລືອກ​ຂອງ​ຄົນໆ​ໜຶ່ງ.  ການ​ທຳ​ຮ້າຍ​ແລະ​ຂົ່ມ​ເຫັງ​ທາງ​ເພດ​ອາດ​ແມ່ນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຄັ້ງ​ດຽວ, ຫຼື​ເປັນ​ພາກ​ສ່​ວນ ຂອງ​ຕົວ​ແບບ​ຂອງ​ຄວາມ​ຮຸນ​ແຮງ.  ມັນ​ເຮັດ​ໃຫ້​ເກີດ​ຜົນ​ກະ​ທົບ​ໄດ້ຫຼາຍ​ຢ່າງ,   ລວ​ມ​ທັງ​ຜົນ​ກ​ະ​ທົບ​ທາງ​ຮ່າງ​ກາຍ, ທາງ​ອາ​ລົມ​ແລະ​ຈິດ​ໃຈ.

ຄວາມ​ຈິງ​ກ່ຽວ​ກັບ​ການ​ທຳ​ຮ້າຍ​ທາງ​ເພດ

ນີ້​ແມ່ນ​ສິ່ງ​ສຳ​ຄັນ​ບາງ​ຢ່າງ​ທີ່​ຄວນ​ຮູ້​ກ່ຽວ​ກັບ​ການ​ທຳ​ຮ້າຍ​ທາງ​ເພດ:

  • ການ​ທຳ​ຮ້າຍ​ທາງ​ເພດ​ສ​່ວນ​ໃຫ​ຍ່​ແມ່ນ​ຜູ້​ຊາຍ​ເປັນ​ຜູ້​ກະ​ທຳ​ຕໍ່​ແມ່​ຍິງ.

  • ຜູ້​ຊາຍ​ກໍ​ຖືກ​ທຳ​ຮ້າຍ​ທາງ​ເພດ​ເຊັ່ນ​ກັນ; ສ່ວນ​ໃຫ​ຍ່​ແມ່ນ​ກະ​ທຳ​ຈາກ​ຜູ້​ຊາຍ​ຄົນ​ອື່ນ.

  • ຄົນ​ສ່ວນຫຼາຍ​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ​ຮູ້​ຈັກກັນ​ກັບ​ຜູ້​ທຳ​ຮ້າຍ, ຫຼື​ພົບ​ກັບ​ຄົນໆ​ນັ້ນ​ເມື່ອບໍ່​ດົນ.

  • ການ​ທຳ​ຮ້າຍ​ທາງ​ເພດ​ບາງ​ຢ່າງ​ແມ່​ນ​ການ​ກະ​ທຳ​ທີ່​ຜິດ​ ກົດຫມາຍອາຍາ.

  • ການ​ແຈ້ງ​ຄວາມ​ຕໍ່​ຕຳຫຼວດ​ອາດ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ຍາກ.  ​ຄວາມ​ຈຳ​ກັດ​ໃນລະ​ບົບ​ຍຸ​ຕິ​ທຳ​ຂອງ​ເຮົາ, ແລະ​ວິ​ທີ​ການ​ເກັບ​ກຳ​ຫຼັກ​ຖານ​ອາດ​ເປັນ​ການ​ປະ​ເຊີນ​ໜ້າ.

  • ຄົນ​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ​ມີ​ປະ​ຕິ​ກິ​ລິ​ຍາ​ແຕກ​ຕ່າງ​ກັນ, ບາງ​ທີ​ກໍ​ສະ​ແດງ​ອອກ​ທາງ​ອາ​ລົມ​ຢ່າງ​ໜັກ, ບາງ​ທີ​ກໍຫຼົບ​ໜ້າຫຼົບ​ຕາ​ຜູ້​ຄົນ. ການ​ທີ່​ເຮົາ​ເຂົ້າ​ໃຈ​ຄວາມບອບ​ຊ້ຳ​ທີ່​ເກີດ​ຈາກ​ຄວາມ​ຮຸນ​ແຮງ​ຕໍ່​ມະ​ນຸດ​ດ້ວຍ​ກັນ ຈະ​ຊ່ວຍ​ໃຫ້​ເຮົາ​ຕອບ​ໂຕ້​ກັບ​ມັນ​ໄດ້​ຢ່າງ​ເໝາະ​ສົມ.

  • ການ​ທຳ​ຮ້າຍ​ທາງ​ເພດ​ແມ່ນ​ການ​ເອົາ​ປຽບ​ໂດຍ​ອາ​ໄສ​ຄວາມບໍ່​ເທົ່າ​ທຽມ​ທີ່​ມີ​ຢູ່​ໃນ​ສັງ​ຄົມ​ເຮົາ.

  • ການ​ທຳ​ຮ້າຍ​ທາງ​ເພດ​ສ່ວນ​ໃຫ​ຍ່ ບໍ່​ໄດ້​​ຖືກແຈ້ງ​ຄວາມກັບຕຳຫຼວດ.

ຜົນ​ກະ​ທົບ​ຈາກ​ການ​ທຳ​ຮ້າຍ​ທາງ​ເພດ

ຄວາມ​ຮຸນ​ແຮງ​ຕໍ່​ມະ​ນຸດ​ດ້ວຍ​ກັນ, ເຊັ່ນ​ການ​ທຳ​ຮ້າຍ​ທາງ​ເພດ, ແມ່ນ​ໜຶ່ງ​ໃນ​ເຫດ​ການ​ບອບ​ຊ້ຳ​ທີ່​ສຸດ ທີ່​ຄົນ​ຜູ້​ໜຶ່ງເພິງ​ປະ​ສົບ.  ການ​ຕອບ​ຮັບ​ຕໍ່​ຄວາມ​ຕ້ອງ​ການ​ອັ​ນ​ຮີບ​ດ່ວນ​ຂອງ​ຜູ້​ຮັບ​ເຄາະ/ຜູ້​​ທີ່ລອດ​ຊີ​ວິດ ໂດຍ​ການ​ເຊື່ອ​ເຂົາ​ເຈົ້າ​ແລະ​ຮັບ​ຮູ້​ຢ່າງ​ຈິງ​ໃຈ, ຈະ​ຊ່ວຍ​ລົ​ດ​ຜ່ອນ​ບໍ່​ໃຫ້​ມີ​ການ​ທຳ​ລາຍ​ຂຶ້ນ​ຕື່ມ.  ການ​ສືບ​ຕໍ່​ອູ້ມ​ຊູ​ເຂົາ​ເຈົ້າ​ໃນ​ລະ​ຫວ່າງ​ພັກ​ຟື້ນ​ກໍ​ສຳ​ຄັນ​ເຊັ່ນ​ດຽວ​ກັນ; ແລະ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຮົາ​ຈະ​ຕ້ອງ​ອູ້ມ​ຊູ​ໃນ​ແບບ​​ແລະ​ໃນ​ລະ​ຍະ​ເວ​ລາ​​ທີ່​ເຂົາ​ເຈົ້າ​ຕ້ອງ​ການ.

ຖ້າ​ທ່ານ​ຕ້ອງ​ການ​ລາຍ​ລະ​ອຽດ​ເພີ້ມ​ເຕີມ​ກ່ຽວ​ກັບ​ການ​ອູ້ມ​ຊູ​ຜູ້​ຮັບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ ໃຫ້​ເບິ່ງ​ໜ້າ ທີ່​ຂຽນ​ວ່າ ຈະ​ອູ້ມ​ຊູ​ໃຜ​ຜູ້​ໜຶ່ງ​ທີ່​ຖືກທຳ​ຮ້າຍ​ທາງ​ເພດ​​ໄດ້ຢ່າງ​ໃດ.

 

ຂ້ອຍຈະອູ້ມຊູໃຜຜູ້ໜຶ່ງທີ່ຖືກທຳຮ້າຍທາງເພດໄດ້ຢ່າງໃດ?

ການທຳຮ້າຍທາງເພດເກີດຂຶ້ນທົ່ວໄປ - ປະມານໜຶ່ງໃນຈຳນວນແມ່ຍິງຫ້າຄົນຖືກທຳຮ້າຍທາງເພດ. ມີສິ່ງທີ່ເປັນຮູບປະທຳທີ່ທ່ານສາມາດເຮັດໄດ້ເພື່ອຊ່ວຍເຫຼືອ.

 ຂ້ອຍຈະອູ້ມຊູໃຜຜູ້ໜຶ່ງທີ່ຖືກທຳຮ້າຍທາງເພດໄດ້ຢ່າງໃດ?

 

Developed with: Victorian Centres Against Sexual Assault