ການອູ້ມຊູຜູ້ຮັບເຄາະ/ຜູ້ທີ່ລອດຊີວິດ

ຂ້ອຍຈະອູ້ມຊູຄົນທີ່ປະສົບຄວາມຮຸນແຮງໃນບ້ານຫຼືໃນຄອບຄົວໄດ້ຢ່າງໃດ? ຄວາມຮຸນແຮງໃນບ້ານແລະໃນຄອບຄົວເປັນເຣື່ອງທີ່ເກີດຂຶ້ນທົ່ວໄປ - ແມ່ຍິງ ໜຶ່ງໃນສາມຄົນ ປະສົບຄວາມຮຸນແຮງໃນບ້ານຫຼືໃນຄອບຄົວໃນຊີວິດຂອງເຂົາເຈົ້າ. ມີບາງສິ່ງທີ່ທ່ານສາມາດເຮັດໄດ້ເພື່ອຊ່ວຍເຫຼືອ.

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຄວາມປອດໄພຂອງເດັກ

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຄວາມປອດໄພຂອງເດັກ

1800RESPECT

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຄວາມປອດໄພຂອງເດັກ

ຂ້ອຍ​ຈະ​ສັງ​ເກດ​ຫ​ຍັງ​ແດ່?

ມີ​ ພຶດ​ຕິ​ກຳ​ແລະ​ເຄື່ອງ​ຫມາຍບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ທົ່ວໆ​ໄປ​ກັບ​ຄົນ​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ.

ຜູ້​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ອາດ​ຈະ:

  • ຢຸດ​ອອກ​ນອກເຮືອນ, ໂດຍບໍ່​ມີ​ເຫດ​ຜົນ​ຊັດ​ເຈນ, ເມື່ອ​ຖືກ​ຖາມ, ຈະ​ຕອບ​ວ່າ​ເຂົາ​ເຈົ້າ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໄປ.

  • ມີທ່າ​ທາງກັງ​ວົນ, ກົດ​ດັນ, ອິດ​ເມື່ອຍ ຫຼື ນ້ຳ​ຕາ​ໄຫຼ​ໂດຍບໍ່​ມີ​ເຫດ​ຜົນ​ຊັດ​ເຈນ.

  • ມີ​ທ່າ​ທາງ​ງຽບຂຶມ, ລະ​ແວດ​ລະ​ວັງ, ເວົ້າ​ຕິ​ໂຕ​ເອງ ຫຼື ກະ​ລົກ​ກະ​ລົນ​ເມື່​ອ​ຢູ່​ໃກ້​ກັບ​ຄູ່​ຄອງ, ຫຼື​ຄູ່​ຄອງ​ສະ​ແດງ​ທ່າ​ທາງບໍ່​ສຸ​ພາບຫຼືຫ​ຍາບ​ຄາຍ​ຕໍ່​ເຂົາ​ເຈົ້າ.

  • ມີ​ ບາດ​ແຜຫຼື​ເຂົ້າ​ໂຮງ​ໝໍ​ເຊິ່ງ​ເຮັດ​ໃຫ້​ເປັນ​ຕາ​ສົງ​ໄສ.

  • ພະ​ຍາ​ຍາມ​ແກ້​ໂຕ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຫຼື​ການ​ໃຊ້​ຈ່າຍ​ຂອງ​ຕົນ.

  • ກ່າວ​ວ່າ​ເຂົາ​ເຈົ້າ​ຖືກ​ຕິດ​ຕາມ, ​ຖືກເບິ່ງ, ​ຖືກຜົກ​ຈອບ ຫຼື ຖືກ​ຄວບຄຸມ.

ຖ້າ​ທ່ານ​ຢາກ​ຮູ້​ເພີ່ມ​ຕື່ມ ກະ​ຣຸ​ນາ​ອ່ານ ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ແມ່ນ​ຫ​ຍັງ?

ການ​ຖາມ

ຜົນ​ສຸດ​ທ້າຍ ມີ​ຫົນ​ທາງດຽວ​ທີ່​ຈະ​ໝັ້ນ​ໃຈ​ວ່າ​ມັນ​ມີ​ບັນ​ຫາ​ແທ້ ກໍ ແມ່ນ​ໃຫ້​ຖາມ​ຄົນ​ຜູ້ນັ້ນ​ວ່າ​ກຳ​ລັງ​ເກີດ​ຫ​ຍັງ​ຂຶ້ນ.

ແນ່ນອນ, ອັນ​ນີ້ ອາດ​ເປັນ​ການ​ຍາກ.

ຄົນ​ໃນ​ຄອບ​ຄົວຫຼື​ໝູ່​ເພື່ອນ​ສາ​ມາດ​ຖາມ​ຄ​ຳ​ຖາມ​ທີ່​ກົງ​ໄປ​ກົງ​ມາແຕ່​ອ່ອນ​ໂຍນ​ເຊັ່ນ:

  • ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ບ້ານ​ໂອ​ເຄ​ບໍ່?

  • ຂ້ອຍ​ສັງ​ເກດ​ເຫັນ​ຮອຍ​ຊ້ຳ, ແມ່ນ​ໃຜ​ເຮັດ​ໃຫ້​ເຈົ້າ​ເກີດ​ຮອຍ​ຊ້ຳ​ນັ້ນ?

  • ຂ້ອຍ​ຮູ້​ສຶກວ່າຄູ່​ຄອງ​ຂອງ​ເຈົ້າ​​ເຮັດ​ໃຫ້​ເຈົ້າ​ຢ້ານ​ກົວ, ທຸກ​ສິ່ງ​ທຸກ​ຢ່າງ   ​ໂອ​ເຄຢູ່​ບໍ?

  • ເຈົ້າ​ໂອ​ເຄ​ບໍ?

ຈົ່ງ​ເປີດ​ໃຈ​ໃນ​ການ​ຟັງ, ແລະ​ເປີດໂອ​ກາດ​ແກ່ໝູ່​ເພື່ອນຫຼື​ຄົນ​ທີ່​ທ່ານ​ຮັກ ​ໃຫ້​ເຂົາ​ເຈົ້າ​ໄດ້​ເວົ້າ​ໃນ​ທີ່ ​ທີ​່​ເປັນ​ສ່ວນ​ຕົ​ວ, ແຕ່ຢ່າ​ບີບ​ບັງ​ຄັບ, ຫຼື​ປະ​ຈັນ​ໜ້າ.  ການ​ບີບ​ບັງ​ຄັບ​ແລະ​ປະ​ຈັນ​ໜ້າ ຈະ​ເປັນ​ການ​ສ່ຽງ​ຕໍ່​ການ​ເຮັດ​ໃຫ້​ເພື່ອນຫຼື​ຄົນ​ທີ່​ທ່ານ​ຮັກ​ຍິ່ງ​ຕີ​ຕົວ​ອອກ​ຫ່າງ​ອອກ​ໄປ​ອີກ.

ຈະ​ເຮັດ​ຢ່າງ​ໃດ

ການ​ເວົ້າ​ເຖິງ​ການ​ຂົ່ມ​ເຫັງ​ຕ້ອງ​ໃຊ້​ຄວາມ​ກ້າ​ຫານ.  ຜູ້​ຮັບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ ຫຼາຍໆ​ຄົນ​ຢ້ານ​ວ່າ​ຄົນ​ຈະ​ບໍ່​ເຊື່ອ​ເຂົາ​ເຈົ້າ.  ເປັນ​ສິ່ງ​ສຳ​ຄັນ​ຫຼາຍ ທີ່​ທ່ານ​ຕ້ອງ​ເອົາ​ໃຈ​ໃສ່​ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ​ຢ່າງ​ຈິງ​ຈັງ ເມື່ອ​ມີ​ໃຜ​ຜູ້​ໜຶ່ງ​ເລົ່າ​ໃຫ້​ທ່ານ​ຟັງ​ວ່າ​ເຂົາ​ເຈົ້າ​ຖືກ​ຂົ່ມ​ເ​ຫັງ, ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ຄິດ​ວ່າ​ຄູ່​ຄອງ​ຫຼືອ​ະ​ດີດ​ຄູ່​ຄອງ​ຂອງ​ເຂົາ​ເຈົ້າ​ນັ້ນ​​ທ່າ​ທາງ​ມີ​ສະ​ເໜ່, ອ​່ອນ​ໂຍນ ຫຼື ເປັນ​ຄົນ​ໜ້າ​ຄົບ.  ຄົນ​ທີ່​ປະ​ພຶດ​ຮຸນ​ແຮງ​ໃນ​ບ້ານຫຼື​ໃນ​ຄອບ​ຄົວ​ອາດ​ມີ​ຄວາມ​ສາ​ມາດ​ເປັນ​ຢ່າງ​ດີ​ໃນ​ການ​ສະ​ແດງ​ຕົວ​ເອງ​ໃຫ້​ເປັນ​ໜ້າ​ເຊື່ອ​ຖື​ຕໍ່​ໜ້າ​ຄົນ​ທົ່ວ​ໄປ.  ອັນ​ນີ້ ອາດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​​ແບບຄວາມ​ປະ​ພຶດ​ທີ່​ຂົ່ມ​ເ​ຫັງ​ຄົນ​ອື່ນ.

ນີ້​ແມ່ນ​ວິ​ທີ​ການ​ບາງ​ຢ່າງ​ທີ່​ທ່ານ​ອາດ​ຊ່ວຍ​ຄົນ​ໃນ​ຄອບ​ຄົວຫຼື​ໝູ່​ເພື່ອນ​ໄດ້:

  • ເອົາ​ໃຈ​ໃສ່​ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ​ຢ່າງ​ຈິງ​ຈັງ

  • ຄວາມ​ຮຸນ​ແຮງບໍ່​ຖື​ວ່າ ໂອ​ເຄ ຈັກ​ເທື່ອ.  ຢ່າ​ຕ້ອງ​ຕິ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ແລະ​ຢ່າ​​​ ຢ່າຖືເບົາຄວາມຮັບຜິດຊອບຂອງຜູ້ຂົ່ມເຫັງທີ່ກະທຳການຂົ່ມເຫັງ

  • ມັນມີ​ສິ່ງ​ກີດ​ຂວາງ, ​ມີ​ທາງ​ເລືອກ​ທີ່​ຫ​ຍຸ້ງ​ຍາກ​ແລະ​ສ່ວນ​ຫຼາຍ​ຄວາມ​ຢ້ານ​ກົວ​ນັ້ນ​ກໍ​ອີງ​ໃສ່​ຄວາມ​ເປັນຈິງ​ແລະ​ມີ​​ຄວາ​ມ​ກັງ​ວົນຫຼາຍ​ຢ່າງ ເຂົ້າ​ມາ​ກ່ຽ​ວ​ຂ້ອງ​ໃນ​ການ​​ໜີອອກ​ຈາກ​ຄູ່​ຄອງ​ທີ່​ຮຸນ​ແຮງ - ​ເຊິ່ງຮວມ​ທັງ​ການ​ເຮັດ​ໃຫ້​ຄວາມ​ຮຸນ​ແຮງ​ເພີ່ມ​ທະ​ວີ​ຂຶ້ນ, ການ​ຂາດ​ທີ່​ຢູ່​ອາ​ສັຍ ແລະ ຄວາມ​ທຸກ​ຍາກ.  ຜູ້​ເຄາ​ະ​ຮ້າຍ/ຜູ້​ທີ່​ລອດ​ຊີ​ວິດ​ອາດ​ຍັງ​ບໍ່​ພ້ອມຫຼືບໍ່​ເປັນ​ການ​ປອດ​​ໄພ​ທີ່​ຈະ​ໜີ​ໄດ້​ໃນ​ຕອນນີ້.

  • ຈົ່ງຈຳ​ໄວ້​ວ່າ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ກ່ຽວ​ຂ້ອງ​ກັບ​ເຣື່ອງ​ອື່ນ​ອີກຫຼາຍ​ເຣື່ອງ ບໍ່​ແມ່ນ​ມີ​ແຕ່​ພຽງ​ຄວາມ​ປະ​ພຶດ​ທີ່​ຂົ່ມ​ເຫັງ​ທາງ​ຮ່າງ​ກາຍ​ເທົ່າ​ນັ້ນ.  ຜູ້​ກະ​ທຳ​ການ​ຂົ່ມ​ເ​ຫັງ​ຈະ​ເລັງ​ເປົ້າ​ໃສ່​ການ​ທຳ​ລາຍ​ຄວາມໝັ້ນ​ໃຈ ໂດຍ​ໃຊ້​ຄຳ​ເວົ້າ​ທີ່ດູ​ໝິ່ນ​ຢຽດ​ຫ​ຍາມແລະ​​ທຳ​ລາຍຈິດ​ໃຈ ແລະ ພະ​ຍາ​ຍາມ​ທີ່​ຈະ ‘ບັ່ນ​ທອນ’ ​ຄົນ​ທີ່​ເຂົາ​ຂົ່ມ​ເ​ຫັງ.  ໃຫ້​ ຮັບ​ຮູ້​ຄວາມ​ເຂັ້ມ​ແຂງ​ແລະ​ຄວາມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຂອງ​ເຂົາ​ເຈົ້າ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ແລະ​ລູກໆ​ຢູ່​ໃນ​ຄວາມ​ປອດ​​ໄພ.

  • ໃຫ້​ຊ່ວຍ​ຊອກ​ຫາ​ທາງ​ເລືອກ​ທີ່​ຈະ​ຢູ່​ໄດ້ຢ່າງ​ປອດໄ​ພ ບໍ່​ວ່າ​ຈະ​​ໄປຫຼື​ຈະ​ຢູ່​ກັບ​ຜ​ູ້​ທິ່​ຂົ່ມ​ເ​ຫັງ​ເຂົາ​ເຈົ້າ. ໃຫ້​ເບິ່ງ​ໜ້າ​ ທີ່​ເວົ້າ​ເຖິງ​ການ​ຂຶ້ນ​ແຜນ​ຄວາມ​ປອດ​​ໄພ.

  • ໃຫ້​ຊ່ວຍ​ແບບ​ຕົວ​ຈິງ - ຊ່ວຍ​ດ້ານ ການ​ເດີນ​ທາງ, ພາໄປວຽກນັດໝາຍ, ເບິ່ງ​ລູກ​ໃຫ້, ຫຼື​ຫາ​ບ່ອນ​ໃຫ້​ເຂົາ​ເຈົ້າໄປ​ລີ້​​ໄພ.  ​ໃຫ້​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ບໍ​ລິ​ການ​ດ້ານ​ການ​ຂົ່ມ​ເຫັງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​ໂດຍ​ການ​ເຮັດ​ນັດ​ໝາຍ​ໃຫ້.

  • ເປັນ​ພະ​ຍານຜົນ​ກະ​ທົບຈາກ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຕໍ່​ຄອບ​ຄົວ​ທັງ​ໝົດ.  ​ຖ້າ​ມີ​ເດັກ​ນ້ອຍ​ກ່ຽວ​ຂ້ອງ, ໃຫ້​ສະ​ແດງ​ອອກ​ເຖ​ິງ​ຄວາມ​ເປັນ​ຫ່ວງ​ແລະ​ອູ້ມ​ຊູ​ແລະ​ຊອກ​ຫາ​ຄວາມ​ຊ່ວຍ​ເຫຼືອ​ທີ່​ເໝາະ​ສົມ​ໃຫ້​ໂດຍ​ຜ່ານ​ບໍ​ລິ​ການ​ເດັກ​ນ້ອຍຫຼື​ຄອບ​ຄົວ​ໃນ​ເຂດ​ຂອງ​ທ່ານ [links].

  • ໃຫ້​ເວົ້າ​ເຖິງ​ໝາຍ​ສັ່ງປົກ​ປ້ອງ​ຈາກ​ສານ​ໃນ​​ລັດ/ເຂດ​ພູ​ມິ​ພາກ​ຂອງ​ທ່ານ.

ຈົ່ງ​ຈຳ​ໄວ້​ວ່າ, ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອ​ບ​ຄົວ​ອາດ​ເປັນ​ອັນ​ຕະ​ຣາຍ.  ໃຫ້​ໂທ 000 ຖ້າ​ຄົນ​ໃນ​ຄອບ​ຄົວ, ໝູ່​ເພື່ອນຫຼື​ລູກ​ຂອງ​ເຂົາ​ເຈົ້າ​ກຳ​ລັງ​ຖືກ​ທຳ​ຮ້າຍ, ຫຼື​ຖ້າ​ທ່ານ​ຢ້ານ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ຈະ​ຖືກ​ທ​ຳ​ຮ້າຍ.

ຖ້າ​ທ່ານ​ຢາກ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ ວ່າ​ທ່ານ​ຈະ​ຊ່ວຍ​ໄດ້​ຢ່າງ​ໃດ:

ໃນ​ກໍ​ຣະ​ນີ​ທີ່​ມີ​ອັນ​ຕະ​ຣາຍຮີບ​ດ່ວນ​ໃຫ້​ໂທ 000 ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ ​ຕຳ​ຣວດ

ຖ້າ​ທ່ານ​ຢາກ​ໂທ​ສາຍ​ດ່ວນ​ໂດຍ​ໃຊ້ TTY ຫຼື​ບໍ​ລິ​ການ​ໂທ​ສົ່ງ​ຕໍ່ແຫ່ງ​ຊາດ, ໃຫ້​ເຂົ້າ​ໄປ​ເບິ່ງ: Calls to emergency services

 

ການທຳຮ້າຍທາງເພດແມ່ນຫຍັງ?

ການເຂົ້າໃຈວ່າການທຳຮ້າຍທາງເພດແມ່ນ ຫຍັງ ຊ່ວຍໃຫ້ເຮົາຕອບໂຕ້ກັບມັນໄດ້.

 ການທຳຮ້າຍທາງເພດແມ່ນຫຍັງ?

 

Developed with: Domestic Violence Resource Centre Victoria