ກ່ຽວກັບການຂຶ້ນແຜນເລື້ອງຄວາມປອດໄພ

ການ​ຂຶ້ນ​ແ​ຜນ​ເລື້ອງ​ຄວາມ​ປອດ​ໄພ​ແມ່ນ​ວິ​ທີ​​​ໜຶ່ງ​ໃນ​ການຄຶດເຖິງ​ແ​ລະ​ຂຶ້ນ​ແຜນ​​ການ​ກະ​ທຳ​ເມື່ອມີ​ເຫດ​ການ​ທີ່ບໍ່​ປອດ​ໄພເກີດ​ຂຶ້ນ.

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

1800RESPECT

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

ມີຫຼາຍ​ວິ​ທີ​ໃນ​ການ​ຂຶ້ນ​ແຜນ​ຄວາມ​ປອດ​ໄພ.  ແຜນ​ການນີ້​ຕ້ອງ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະສະ​ພາບ​ການ​ແລະ​​ຈະຕ້ອງ​​ລົນ​ນະ​ລົງ​ເລື້ອງ​ຄວາມ​ປອດ​ໄພ​ແຕ່​ດຽວນີ້. ແຜນ​ການ​ດັ່ງ​ກ່າວຍັງ​ຈະ​ຕ້ອງ​ປ່ຽນ​ແປງ​ໄປ​ນຳ ເມື່ອສະ​ພາບ​ການປ່ຽນ​ແປງ​.

ແຜນ​ການ​ນີ້ ສາ​ມາດ​ຊ່ວຍ​ໃຫ້​ ຄົ້ນຫາ​ແລະ​ບອກ​ ແຜນລະອຽດ​ເຖິງ​ບັນ​ດາ​ທາງ​ເລືອກ​ແລະ​ຄວາມ​ຄິດ​ໃນ​ການ​ເ​ພີ້ມ​ຄວາມ​ປອດ​ໄພ​ເມື່ອ​ເກີດ​ມີຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ.  ນອກນີ້ ມັນ​ຍັງ​ສາ​ມາດ​ຊ່ວຍ​ຜູ້​ທີ່​ ໄດ້ຖືກ​ທຳ​ຮ້າຍ​ທາງ​ເພດ ເມື່ອ​ຜູ້​ທຳ​ຮ້າຍ​ແມ່ນ​ຄົນ​ທີ່​ຮູ້​ຈັກ​ກັນ.

ຄອບ​ຄົວ​ແລະ​ໝູ່​ເພື່ອນ​ ເປັນ​ຜູ້​ມີ​ບົດ​ບາດ ​ສຳ​ຄັນ​ໃນ​ການ​ຊ່ວຍ​​ໃຫ້​ການ​ອູ້ມ​ຊູ​ແລະ​ໃຫ້​ຂໍ້​ມູນ.  ​ນອກນີ້ ​ກໍ​ຍັງ​ມີ ບັນ​ດາ​ບໍ​ລິ​ການຊ່ວຍ​ເຫຼືອ​ດ້ານ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ແລະ​ທຳ​ຮ້າຍ​ທາງ​ເພດ ​ທີ່​ຈະຊ່ວຍ​ຈັດແຈງ​​ແລະ​ໃຫ້​ການ​ອູ້ມ​ຊູ​.  ບໍ​ລິ​ການ​ເຫຼົ່າ​ນີ້​ສາ​ມາດ​ຊ່ວຍ​ຄຶດ​ຫາ​ທາງ​ເລືອກ​ຕ່າງໆ​ໄດ້.

ເຂົ້າ​ໃຈ​ແຜນ​ການ​ຄວາມ​ປອດ​ໄພ

ທ່ານ​ອາດ​ຂຶ້​ນ​ແຜນ​ຄວາມ​ປອດ​ໄພ​ໄວ້​ສຳ​ລັບ​ຕົວ​ທ່ານ​ເອງຫຼື​ເຮັດ​ຮ່ວມກັບ​ຄົນ​ໃນ​ຄອບ​ຄົວຫຼື​ໝູ່​ເພື່ອນ​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງ.

ແຜນ​ການ​ຄວາມ​ປອດ​ໄພ​ສຳ​ລັບ​ຕົວ​ທ່ານ

ຖ້າ​ເຮັດ​ຂຶ້ນ​ແຜນ​ຄວາມ​ປອດ​ໄພ​ສຳ​ລັບ​ຕົວ​ທ່ານ​ເອງ, ຖ້າ​ກໍ​ຕ້ອງ​ມີ​ ຄວາມຄິດດີບາງຢ່າງ ໄວ້​ແລ້ວ​ວ່າ​ມີ​ຫ​ຍັງ​ແດ່​ທີ່​ເປັນ​ຜົນ, ແລະ​ບໍ່​ເປັນ​ຜົນ.  ອັນ​ນີ້​ແມ່ນ​ຈຸດ​ດີ.  ໃຫ້​ຄຶດ​ເຖິງ​ສິ່ງ​ທີ່​ເຮັດ​ແລ້ວ​ໄດ້​ຜົນ ຫຼັງ​ຈາກນັ້ນ​ໃຫ້​ ເບິ່ງລາຍການກວດຢູ່ຂ້າງ​ລຸ່ມນີ້ ເພື່ອ​ໃຫ້​ຮູ້​ວ່າ​ມີ​ທາງ​ເລືອກ​ຢ່າງ​ອື່ນ​ແບບ​ໃດ​ແດ່​ທີ່​ອາດ​ຊ່ວຍ​ທ່ານ​ໃນ​ການ​ຂຶ້ນ​ແຜນ​ການ​ກະ​ທຳ​ເພື່ອ​ຄວາມ​ປອດ​ໄພ.

ນີ້ແມ​່ນ​ສິ່ງ​ສຳ​ຄັນ​ບາງ​ຢ່າງ​ທີ່​ຄວນ​ຈົດ​ຈຳ​ເມື່ອ​ຂຶ້ນ​ແຜນ​ຄວາມ​ປອດ​ໄພ​ສຳ​ລັບ​ທ່ານ​ເອງ:

  • ຜູ້​ທຳ​ຮ້າຍ​ແມ່ນ​ຜູ້​ຮັບ​ຜິດ​ຊອບ​ທີ່​ກໍ່​ຄວາມ​ຮຸນ​ແຮງ.  ການ​ທີ່​ທ່ານ​ຕ້ອງ​ພະ​ຍາ​ຍາມ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ ສາ​ມາດ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ຄື​ກັບ​ວ່າ​ ‘ຍ່າງ​ຢູ່​ເທິງ​ເປືອກ​ໄຂ່’ ເພາະ​ວ່າ​ຜູ້​ທີ່​ມັກ​ຂົ່ມ​ເຫັງ​ຄົນ​ອື່ນນັ້ນ ສ່ວນຫຼາຍ ກໍ​ເລືອກ​ທີ່​ຈະໃຊ້​ຈູດ​ຊະ​ນວນ​ໃໝ່​ໃນ​ການ​ອ້າງ​ເຫດ​ຜົນ​ແລະແກ້​ໂຕ​ກ່ຽວ​ກັ​ບ​ຄວາມ​ໂມ​ໂຫຮ້າຍ​ແລະ​ບໍ່ຄວບ​ຄຸມອາ​ລົມ​ເດືອດ​​ຂອງ​ຕົນ.  ການ​ຊອກ​ຫາ​ວິ​ທີ​ໃນ​ການ​ເພີ້ມ​ຄວາມ​ປອດ​ໄພ​ບໍ່​ແມ່ນ​ສິ່ງ​ດຽວ​ກັນ​ກັບ​ການ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຮຸນ​ແຮງ ຫຼື ‘ອາ​ລົມ​ລະ​ເບີດ’.

  • ແຜນ​ການ​ຄວາມ​ປອດ​ໄພ​ຕ້ອງ​ໄດ້​ປັບ​ປຸງ​ໃຫ້​ທັນ​ເຫດ​ການ​ຢ່າງ​ສະ​ໝ່ຳ​ສ​ະ​ເໝີ, ໂດຍ​ສະ​ເພາະ​ເມື່ອ​ມີ​ການ​ປ່ຽນ​ແປງ​ເຊັ່ນ ຖື​ພາ, ມີ​ລູກ​ໃໝ່, ຫຼື​ປ່ຽນ​ສະ​ພາບ​​ບ່ອນ​ຢູ່ອາ​ໄສ.

  • ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ສາ​ມາດ​ອູ້ມ​ຊູ​ທ່ານ​ແລະຊ່ວຍ​ອອກ​ຄວາມ​ຄຶດ​ຕື່ມ​ໃສ່​ສິ່ງ​ທີ່​ທ່ານ​ຄຶດ​ໄວ້​ແລ້ວ.  ໃຫ້​ກວດ​ເບິ່ງ ທີ່​ນີ້​ ສຳ​ລັບ​ບໍ​ລິ​ການ​ໃນ​ທ້ອງ​ຖິ່ນ [ເປັນ​ພາ​ສາ​ອັງ​ກິດ] ຫຼື​ໂທ​ຫາ 1800RESPECT ​ທີ່​​ເລກໂທ 1800 737 732.

ແຜນ​ການ​ຮ່ວມ​ກັບ​ຄອບ​ຄົວ​ແລະ​ໝູ່​ເພື່ອນ

ເມື່ອ​ຂຶ້ນ​ແຜນ​ຄວາມ​ປອດ​ໄພ​ກັ​ບ​ຄົນ​ຜູ້​ໜຶ່ງ​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງ, ໃຫ້​ເລີ້ມ​ໂດຍ​ການ​ຟັງ.  ແມ່​ຍິງ​ຜູ້ນັ້ນ​ເປັນ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ລາວ​ເອງ.  ກ່ອນ​ອື່ນ ໃຫ້​ຟັງ​, ແລະ​ໃຫ້​ຖາມກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ.  ອັນ​ນີ້ ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ເລື້ອງ​ຄວາມ​ສ່ຽງ​ຕ່າງໆ.  ໃຫ້​ຖາມ​ວ່າ​ລາວ​ໄດ້​ເຮັດ​ຫ​ຍັງ​ແດ່​ແລ້ວ​ເພື່ອ​ເພີ້ມ​ຄວາມ​ປອດ​ໄພ, ແລະ​ໃຫ້​ເລີ້ມ​ຕົ້ນ​ຈາກ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ຊ່ວຍ​ລາວ​ໃຫ້​ຄຶດ​ຫາ​ວ່າ​ມີ​ຫ​ຍັງ​ອີກ​ແດ່​ທີ່​ອາດ​ຈະ​ເພີ້ມ​ຄວາມ​ປອດ​ ລາຍການທີ່ຕ້ອງກວດເບິ່ງຢູ່ຂ້າງລຸ່ມນີ້​ສາ​ມາດ​ໃຫ້​ຄວາມ​ຄຶດ​ບາງ​ຢ່າງວ່າ​ຈະ​ຂຶ້ນ​ແຜນ​ຢ່າງ​ໃດ​ແຕ່​ວ່າ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ຄຶດເຫຼົ່າ​ນີ້​ຈະ​ໃຊ້ໄດ້​ທັງ​ໝົດ.

ໃຫ້​ຈຳ​ໄວ້​​ດ້ວຍວ່າ​ອາດ​ຈະ​ມີ​ຜູ້​ທຳ​ຮ້າຍຫຼາຍ​ຄົນ​ແລະ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ຄົນ​ເຊິ່ງສົ່ງ​ຜົນ​ກະ​ທົບ​ຕໍ່​ແຜນ​ການ.

ໃຫ້​ຈຳ​ໄວ້​ວ່າ​ໜ້າ​ທີ່​ຂອງ​ທ່ານບໍ່​ແມ່ນ​ເປັນ​ຜູ້​ຕັດ​ສິນ​ເຫດ​ການ ຫຼື ຕັດ​ສິນ​ໃຈ. ‘ພຽງ​ແຕ່​ໜີ​ໂລດ’ ບໍ່​ແມ່ນ​ທາງ​ເລືອກ​ທີ່​ປອດ​ໄພ​ສະ​ເໝີ​ໄປ.  ພວກ​ເຮົາ​ຮູ້​ວ່າ​ການ​ໜີ ແມ່ນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ສຽງ​ສູງ​ສຸດ​ຕໍ່​ຊີ​ວິດ​ແລະ​ຄວາມ​ປອດ​ໄພ.  ໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ໝູ່​ເພື່ອນຫຼື​ຄົນ​ໃນ​ຄອບ​ຄົວ​ເພື່ອ​ຂຶ້ນ​ແຜນ​ການ​ທີ່​ໃຊ້​ເປັນ​ຜົນ​ສຳ​ລັບ​ລາວ. 

ນີ້​ແມ່ນ​ສິ່ງ​ສຳ​ຄັນ​ບາງ​ຢ່າງ​ທີ່​ຕ້ອງ​ຈຳໄວ້​ເມື່ອ​ຂຶ້ນ​ແຜນ​ສຳ​ລັບ​ໝູ່​ເພື່ອນ​ແລະ​ຄອບ​ຄົວ:

  • ແຜນ​ການ​ຄວາມ​ປອດ​ໄພ​ສາ​ມາດ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສ້າງ​ຄວາມ​ສຳ​ພັນ​ບົນ​ພື້ນ​ຖານ​ແຫ່ງ​ຄວາມ​ໄວ້​ວາງ​ໃຈ.  ຄວາມ​ສຳ​ພັນ​ແບບນີ້ ອາດ​ເປັນ​ຫຼັກແຫຼ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຜູ້​ຮັບ​ເຄາະ/ຜູ້​ລອດ​ຊີ​ວິດ.

  • ຖ້າ​ມີ​ເດັກ​ນ້ອ​ຍ​ມາ​ກ່ຽວ​ຂ້ອງ, ທ່ານ​ອາດ​ເຫັນ​ວ່າ​ວີ​ດີ​ໂອຂອງ​ພວກ​ເຮົາ​ເລື້ອງ​ ຮັກ​ສາ​ເດັກ​ນ້ອຍ​ໃຫ້​ປອດ​ໄພ​ເປັນ​ປະ​ໂຫຍດ.

  • ທ່ານ​ອາດ​ຈະ​​ມີ​ ຄວາມ​ຮັບ​ຜິດ​ຊອບຕ້ອງ​ແຈ້ງ [ເປັນ​ພາ​ສາ​ອັງ​ກິດ] ຖ້າ​ມີ​ເດັກ​ນ້ອຍ​ສ່ຽງ​ຕໍ່​ການ​ຖືກ​ທຳ​ຮ້າຍ.

  • ທ່ານ​ອາດ​ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ບໍ​ລິ​ການ​ຊ່ຽວ​ຊານ​ໃຫ້ເຂົາ​ເຈົ້າ​ຊ່ວຍ​ເຫຼືອ​ທ່ານ.  ຖ້າ​ແມ​່​ຍິງ​ຄົນ​ໜຶ່ງ​ຕ້ອງ​ການ​ບໍ​ລິ​ການ​ເຫຼົ່າ​ນັ້ນ​, ໃຫ້​ສົ່ງ​ຕໍ່​ຫາ​ຜູ້​ຊ່ຽວ​ຊານ​ດ້ານຄວາມ​ຮຸນ​ແຮງ​ໃນ​ບ້ານ, ດ້ານ​ກົດ​ໝາຍ, ​ດ້ານ​ວັດ​ທະ​ນະ​ທຳ ແລະ ໃນແວດ​ວົງການ​ອູ້​ມ​ຊູ​ແບບຕໍ່​ເນື່ອງ.  ໃຫ້​ກວດ​ເບິ່ງ ທີ່​ນີ້​ສຳ​ລັບ​ບໍ​ລິ​ການ​ໃນ​ທ້ອງ​ຖິ່ນ[ເປັນ​ພາ​ສາ​ອັງ​ກິດ], ຫຼື​ໂທ​ຫາ 1800RESPECT ​ທີ່​​ເລກໂທ 1800 737 732.

ລາຍ​ການ​ກວດ​ທີ່​ສຳ​ຄັນ​ເພື່ອ​ຢູ່​ຢ່າງ​ປອດ​ໄພ

ຈຸດກວດ​ສຳ​ຄັນ​ນີ້​ແມ່ນ​ການ​ຊີ້​ນຳ​ທົ່ວໆ​ໄປ​ເຖິງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ເພື່ອ​ເພີ້ມ​ຄວາມ​ປອດ​ໄພ.  ໂປດ​ສັງ​ເກດ​ວ່າ​ການ​ຂຶ້ນ​ແຜນ​ຄວາມ​ປອດ​ໄພ​ຕ​້ອງ​ສອດ​ຄ່ອງ​ກັບ​ສ​ະ​ພາບ​ການ​ຂອງ​ແຕ່​ລະ​ຄົນ.

 

ລາຍການກວດສອບແຜນຄວາມປອດໄພ

ລາຍການກວດສອບນີ້ນີ້ແມ່ນການຊີ້ນຳເຖິງສິ່ງທີ່ທ່ານສາມາດ ຊ່ວຍໃນເລື່ອງຄວາມປອດໄພ.

 ລາຍການກວດສອບແຜນຄວາມປອດໄພ

 

Developed with: Domestic Violence Resource Centre Victoria