ຂ້ອຍຈະອູ້ມຊູໃຜຜູ້ໜຶ່ງທີ່ຖືກທຳຮ້າຍທາງເພດໄດ້ຢ່າງໃດ?

ການທຳຮ້າຍທາງເພດເກີດຂຶ້ນທົ່ວໄປ - ປະມານໜຶ່ງໃນຈຳນວນແມ່ຍິງຫ້າຄົນຖືກທຳຮ້າຍທາງເພດ. ມີສິ່ງທີ່ເປັນຮູບປະທຳທີ່ທ່ານສາມາດເຮັດໄດ້ເພື່ອຊ່ວຍເຫຼືອ.

ຈະອູ້ມຊູເພື່ອນທີ່ຖືກທຳຮ້າຍທາງເພດໄດ້ຢ່າງໃດ

ຈະອູ້ມຊູເພື່ອນທີ່ຖືກທຳຮ້າຍທາງເພດໄດ້ຢ່າງໃດ

1800RESPECT

ຈະອູ້ມຊູເພື່ອນທີ່ຖືກທຳຮ້າຍທາງເພດໄດ້ຢ່າງໃດ

ເມື່ອ​ໃຜ​ຜູ້​ໜຶ່ງ​ຖືກ​ທຳ​ຮ້າຍ​ທາງ​ເພດ, ​ຜູ້ທີ່​ຄົນ​ຜູ້ນັ້ນ​ຕັດ​ສິນ​ໃຈ​ເວົ້າ​ໃຫ້​ຟັງ​ມີ​ຄວາມ​ສຳ​ຄັນຫຼາຍ.  ຄົນ​ໃນ​ຄອບ​ຄົວ​, ໝູ່​ເພື່ອນ ຫຼື ເພື່ອນ​ຮ່ວມ​ງານ ທີ່​ເຂົ້າ​ອົກ​ເຂົ້າ​ໃຈ ສາ​ມາດ​ເປັນ​ແຫຼ່​ງ​ສຳ​ຄັນ​ໃນ​ການ​ອູ້ມ​ຊູ​ແລະ​ໃຫ້​ການ​ຊ່ວຍ​ເຫຼືອ.  ​​ອັນນີ້​ອາດ​ບໍ່​ແມ່ນ​ເລື້ອງ​ງ່າຍ​ແລະ​ບໍ່​ຮູ້​ວ່າ​ຈະ​ຕອບໂຕ້​ແນວ​ໃດ​ແລະ​ທ່ານ​ເອງ​ກໍ​ອາດ​ເປັນ​ຫ່ວງ​ຢ້ານ​ເຮັດ​ຫ​ຍັງ​ຜິດ​ພາດ​ໄປ.  ມີ​ບາງ​ຢ່າງ​ທີ່ບໍ່​  ຫ​ຍຸ້ງ​ຍາກ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ແລະ​ຂໍ້​ມູນ​ຂ້າງ​ລຸ່ມນີ້​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້ຕອບ​ໂຕ້.  ນອກນີ້ ກໍ​ຍັງ​ມີ ການ​ຊ່ວຍ​ເຫຼືອ​ຈາກ​ຜູ້ຊ່ຽວ​ຊານ.

ຖ້າ​ຢາກ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ເລື້ອງ​ການ​ທຳ​ຮ້າຍ​ທາງ​ເພດ ທ່ານ​ສາ​ມາດ​ອ່ານ, ການ​ທຳ​ຮ້າຍ​ທາງ​ເພດ​ແມ່ນ​ຫ​ຍັງ?

ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ

ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທ​ຳ​ຮ້າຍ​ທາງ​ເພດ ແມ່ນ​ຈຸດ​ເລີ້ມ​ຕົ້ນ​ໃນ​ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ.  ເຂົາ​ເຈົ້າ​ໃຫ້​ຄຳ​ແນະ​ນຳ​ແລະ​ຂໍ້​ມູນ​ສຳ​ລັບ​ຄົນ​ທີ່​ຫາ​ກໍ​ຖືກ​ທຳ​ຮ້າຍ​ທາງ​ເພດ, ແລະ​ສຳ​ລັບ​ຄົນ​ທີ່​ອູ້ມ​ຊູ​ເຂົາ​ເຈົ້າ.  ລາຍ​ລະ​ອຽດ​ຂອງ​ບໍ​ລິ​ການ ​ຊ່​ວຍ​ເຫຼືອ​ດ້​ານ​ການ​ທຳ​ຮ້າຍ​ທາງ​ເພດ​ໃກ້​ບ້ານ​ທ່ານ​ສາ​ມາດ​ ຫາ​ໄດ້​ຢູ່ນີ້ [ເປັນ​ພາ​ສາ​ອັງ​ກິດ].  ບໍ​ລິ​ການ​ສ່ວນ​ໃຫ​ຍ່​ຈະ​ໃຊ້​ນາຍ​ພາ​ສາ​ໄດ້​ໃນ​ການ​ອູ້ມ​ຊູຫຼັງ​ໂມງ​ເຮັດ​ການ.

ບໍ​ລິ​ການ​ທາງ​ໂທ​ລະ​ສັບ 24 ຊົ່ວ​ໂມງ​ຂອງ 1800RESPECT ກໍ​ເປັນ​ຈຸດ​ເລີ້ມ​ຕົ້ນ​ທີ່​ດີ​ເຊັ່ນ​ກັນ.  1800RESPECT ໃຫ້​ຄຳ​ແນະ​ນຳ​ດ້ານ​ຈິດ​ໃຈ​ທາງ​ໂທ​ລະ​ສັບ, ໃຫ້​ການ​ແນະ​ນຳ​ອື່ນໆ ແລະ ຂໍ້​ມູນ ສຳ​ລັບ​ຜູ້​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ​ແລະ​ຄອບ​ຄົວ​, ໝູ່​ເພື່ອນ ຫຼື ພະ​ນັກ​ງານ​ທີ່​ອູ້ມ​ຊູ​ເຂົາ​ເຈົ້າ, ໂທ 1800 737 732.

ຈະ​ເຮັດ​ຢ່າງ​ໃດ

ການ​ເວົ້າ​ເຖິງ​ການ​ທຳ​ຮ້າຍ​ທາງ​ເພດບໍ່​ແມ່ນ​​ເລື້ອງ ງ່າຍ​ສຳ​ລັບຜູ້​ຮັ​ບ​ເຄາະ/ຜູ້​ລອດ​ຊີ​ວິດ.  ພວກ​ເຮົາ​ຮູ້​ວ່າ ຜູ້​ຮັ​ບ​ເຄາະ/ຜູ້​ລອດ​ຊີ​ວິດ ຫຼາຍ​ຄົນ ເມື່ອ​ເວົ້າ​ໄປ​ແລ້ວ​ກໍ​ບໍ່​ມີ​ຄົນ​ເຊື່ອ, ຖືກ​ຕິ​ຕຽນຫຼືບໍ່​ມີ​ຄົນ​ເອົາ​ໃຈ​ໃສ່​ຫຼືບໍ່​ຖື​ສຳ​ຄັນ ຕໍ່ ປະ​ສົບ​ການ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ.

ຂັ້ນ​ຕອນ ຫົກ​ຂັ້ນ​ ທີ່​ກ່າວ​ໄວ້​ຂ້າງ​ລຸ່ມນີ້​ຈ​ະ​ຊ່ວຍ ໃນ​ການ​ປອບ​ໃຈ​ເລື້ອງ​ຢ້ານ​ກົວ​ແລະ​ອູ້ມ​ຊູ​ຄົນ​ຜູ້​ໜຶ່ງ​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ.

ເຊື່ອ

ເມື່ອ​ໃຜ​ຜູ້​ໜຶ່ງ​ເລົ່າ​ໃຫ້​ທ່ານ​ຟັງ​ວ່າ​ເຂົາ​ເຈົ້າ​ຖືກ​ທຳ​ຮ້າຍ​ທາງ​ເພດ ໜ້າ​ທີ່​ຂອງ​ທ່ານ​ແມ່ນ​ຮັບ​ຟັງ, ອູ້ມ​ຊູ​ແລະ​ຊ່ວຍ​ ເຂົາ​ເຈົ້າຄິດ​ຫາ​ທາງ​ເລືອກ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ຕໍ່​ໄປ.  ເປັນ​ທຳ​ມະ​ດາ​ທີ່​ທ່ານ​ຢາກ​ຖາມ ຫຼາຍ​ຢ່າງ, ແຕ່​ການ​ຖາມ​ອາດ​ເຮັດ​ໃຫ້​ຮູ້​ສຶກ​ເໝືອນ ຖືກ​ກ້າວ​ກ່າຍ​ໄດ້.  ​ກ່ອນ​ຖາມ, ໃຫ້​ຟັງ​ເສັຍ​ກ່ອນ.

ຟັງ

ບາງ​ຄົນ​ກໍ​ຢາກ​ເລົ່າ​ເລື້ອງ​ທີ່​ເຂົາ​ເຈົ້າ​ປະ​ສົບ​ມາ​ໃນ​ທັນ​ທີ, ບາງ​ຄົນ​ກໍ​ບໍ່​ຢາກ​ເອີ່ຍ​ເຖິງ.  ການ​ຕັ້ງ​ໃຈ​ຟັງ​ໂດຍບໍ່​ ບໍ່ລົບກວນຂັດຈັງວະ, ແລະ ຢູ່​ທີ່ນັ້ນ​ ໂດຍບໍ່ ຕັດ​ສິນ​ຜິດ-ຖືກ ເມື່ອ​ຜູ້​ຮັບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ ພ້ອມ​ທີ່​ຈະ​ເວົ້າ​, ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ການ​ອູ້ມ​ຊູ.

ຊ່ວຍ​ຄິດ​ຄົ້ນ​ຫາ​ທາງ​ເລືອກ

ການ​ເຮັດ​ໃຫ້​ຜູ້​ຮັບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ ໄດ້​ຮູ້​ເຖິງ​ສິດ​ທ​ິ​ແລະ​ທາງ​ເລືອກ, ໝາຍ​ເຖິງວ່າ​ທ່ານ​ໄດ້ໃຫ້​ຄົນ​ຜູ້​ນັ້ນ ມີ​ສິດ​ແລະ ມີ​ອຳ​ນາດ​ຄວບ​ຄຸມ​ວ່າ​ຈະ​​ເກີດຫ​ຍັງ​ຂຶ້ນ​ໃນ​ຂັ້ນ​ຕໍ່​ໄປ.  ທ່ານ​ສາ​ມາດ​ຊ່ວຍ​ໂດຍ​ການ​ຊອ​ກ​ຫາ​ບໍ​ລິ​ການ​ຕ່າງໆ​ແລະ​ຈະ​ໃຊ້​​ບໍ​ລິ​ການ ນັ້ນ​ຢ່າງ​ໃດ​.  ຜົນ​ກະ​ທົບ​ຈາກ​ການ​ທຳ​ຮ້າຍ​ທາງ​ເພດ​ອາດ​ເຮັດ​ໃຫ້​ຜູ້​ຮັບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ ຄຶດບໍ່​ອອກ​ກ່ຽວ​ກັບ​ສິ່ງ​ຕ່າງໆ​ເຫຼົ່າ​ນີ້ ໃນ​ທັນ​ທີ.  ການ​ຊ່ວຍ​ເຫຼືອ​ໂດຍ​ການ​ຊອກ​ຫາ​ແລະ​ເຂົ້າ​ໃຊ້​ບໍ​ລິ​ການ​ຕ່າງໆ ອາດ​ເປັນ​ບ່ອນ​ເລີ້ມ​ຕົ້ນ​ທີ່​ດີ ຖ້າ​ຜູ້​ຮັບ​ເຄາະ​ຕ້ອງ​ການ​ນຳ​ໃຊ້​ທາງ​ເລືອກນີ້ຕໍ່​ໄປ.

ຢ່າ​ຕິ​ຕຽນ​ເດັດ​ຂາດ

ຜູ້​ຮັບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດບໍ່​ຄວນ​ຖືກ​ຕິ​ຕຽນ​​ເດັດ​ຂາດ​ສຳ​ລັບ​ການ​ຖືກ​ທຳ​ຮ້າຍ​ທາງ​ເພດ.  ການ​ທຳ​ຮ້າຍ​ທາງ​ເພດ ​ຖື​ວ່າ​ຮັບບໍ່​ໄດ້​ເດັດ​ຂາດ.  ການ​ທີ່​ຄົນໆ​ໜຶ່ງ​ໃສ່​ເຄື່ອງ​ນຸ່ງ​ແບບ​ໃດ​ແບບ​ໜຶ່ງ, ​ມີວັດ​ທະ​ນະ​ທຳ​ໃດ​ໜຶ່ງ, ອາ​ຍຸ​ຊ່ຳ​ໃດ​ຊ​່ຳ​ໜຶ່ງ, ໃຊ້​ຢາ​ເສບ​ຕິດຫຼື​ກິນ​ເຫຼົ້າ, ຫຼື​ມີ​ຄວາມ​ສຳ​ພັນ​ຕໍ່​ຜູ້​ທຳ​ຮ້າຍ ນັ້ນ ຈະບໍ່​ເປັນ​ການຖືໄດ້​ເດັດ​ຂາດ ວ່າ​ ​ເປັນ​ສາ​ເຫດ​ໃຫ້​ໃຜ​ຜູ້​ໜຶ່ງ​ທຳ​ຮ້າຍ​ທາງ​ເພດ​ຕໍ່​ຄົນ​ອື່ນ​ໄດ້.

ໃຫ້​ຖາມ​ກ່ອນ​ແຕະຕ​້ອງ​ຮ່າງ​ກາຍ

ຫຼັງ​ຈາກ​ຖືກ​ທຳ​ຮ້າຍ​ທາງ​ເພດ, ບາງ​ຄົນ​ອາດບໍ່​ຢາກ​ໃຫ້​ຄົນ​ອື່ນ​ມາ​ແຕະ​ຕ້ອງ​ຮ່າງ​ກາຍ.  ເປັນ​ສິ່ງ​ສຳ​ຄັນ​ທີ່​ຕ້ອງ​ຖາມ​ກ່ອນ.  ຕົວ​ຢ່າງ: “ຖ້າ​ຂ້ອຍ​ກອດ​ເຈົ້າ​ຈະ​ໄດ້​ບໍ?” ເຮັດ​ດັ່ງ​ນີ້ ຈະ​ບໍ່​ເຮັດ​ໃຫ້​ທ່ານ​ເປັນ​ຄົນ​ສະ​ກິດ​ເຖິງ​ຄວາມ​ຊົງ​ຈຳ ​ຫຼື​ ຟື້ນ​ຄືນ-​ປະ​ສົ​ບ​ການ ບອ​ບ​ຊ້ຳເນື່ອງ​ຈ​າກ​ການ​ທຳ​ຮ້າຍ.

ໃຫ້​ຮັບ​ຮູ້​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເອງ​ແລະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ຕົນ​ເອງ

ເປັນ​ທຳ​ມະ​ດາ​ທີ່​ເຮົາ​ຈະ​ຮູ້​ສຶກເສັຍ​ໃຈ, ເຖິງ​ຂັ້ນ​ໂມ​ໂຫ, ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຄົນ​ໜຶ່ງ​ຕ​້ອງປະ​ສົບ​ກັບ​ເຫດ​ການ​ຮຸນ​ແຮງ​ແລະ​ບອບ​ຊ້ຳ.  ​ໃຫ້​ຮັບ​ຮູ້​ຄວາມ​ຮູ້​ສຶກຕົນ​ເອງ​ແລະໄປ​ ຊອກຫາຄວາມຊ່ວຍເຫຼືອແກ່​ຕົນ​ເອງ​ຖ້າ​ທ່ານ​ຕ້ອງ​ການ.  ທ່ານ​ສາ​ມາດ​ໂທ ຫາ 1800RESPECT, ຫຼື​ໂອ້​ລົມ​ກັບ​ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທຳ​ຮ້າຍ​ທາງ​ເພດຫຼື​ຜູ້​ຊ່ຽວ​ຊານ​ທາງ​ສຸ​ຂະ​ພາບ.

ຜົນ​ກະ​ທົບ​ຈາກ​ການ​ທຳ​ຮ້າຍ​ທາງ​ເພດ

ການ​ເຂົ້າ​ໃຈຜົນ​ກະ​ທົບ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ອູ້ມ​ຊູ​ໃຜ​ຜູ້​ໜຶ່ງ​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ​ໄດ້.  ຜົນ​ກະ​ທົບ​ຈາກ​ການ​ທຳ​ຮ້າຍ​ທາງ​ເພດ​ອາດ​ມີ​ມາກ​ມາຍ​ແລະ​ລ​ວມ​ເຖິງ ດ້ານ​ຮ່າງ​ກາຍ, ດ້ານ​ອາ​ລົມ ແລະ ດ້ານ​ຈິດ​ໃຈ.  ພວກ​ເຮົາ​ຮູ້​ວ່າ​ການ​ທຳ​ຮ້າຍ​ທາງ​ເພດ​ສ່ວນ​ໃຫ​ຍ່​ແມ່ນ​ກະ​ທຳ​ໂດຍ​ຄົນ​ທີ່​ຮູ້​ຈັກ​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ ສ່ວນຫຼາຍ​ແມ່ນ​ພາຍ​ໃນ​ບ່​ອນ​ທີ່​ໃກ້​ຊິດ​ພາຍ​ໃນ​ຄອບ​ຄົວຫຼື​ໃນ​ກຸ່ມ​ໝູ່​ເພື່ອນ​ຮັກ​ແພງ.  ການ​ຕອບ​ສະ​ໜອງຢ່າງ​ດີ​ຕໍ່​ຄວາມ​ຕ້ອງ​ການ​​ໃນ​ທັນ​ທີ​ຂອງ​ຜູ້​ຖື​ກ​ທຳ​ຮ້າຍ​ທາງ​ເພດອາດ​ຊ່ວຍ​ລົດ​ຜ່ອນ​ການ​ທຳ​ລາຍ​ລົງໄດ້. ການ​ສືບ​ຕໍ່​ໃຫ້​ການ​ອູ້ມ​ຊູ​ໃນ​ລະ​ຫວ່າງ​ທີ່​ເຂົາ​ເຈົ້າ​ພັກ​ຟື້ນ​ຈິດ​ໃຈ​ກໍ​ສຳ​ຄັນ​ເຊັ່ນ​ກັນ.

ບັນ​ຫາ​ດ້ານ​ສຸ​ຂະ​ພາບ

ການ​ອູ້ມ​ຊູ​ໃຜ​ຜູ້​ໜຶ່ງ​ທີ່​ຫາ​ກໍ​ຖືກ​ທຳ​ຮ້າຍ​ທາງ​ເພດ​ອາດ​ໝາຍ​ເຖິງ​ການ​ເວົ້າ​ກັບ​ເຂົາ​ເຈົ້າ​ກ່ຽວ​ເລື້ອງ​ບາດ​ເຈັບ​ທາງ​ຮ່າງ​ກາຍແລະ/ຫຼື ທ​າງ​ເພດ ຫຼື ບັນ​ຫາ​ສຸ​ຂະ​  ພ​າບ​ອື່ນໆ.  ສິ່ງ​ທີ່​ເຮັດ​ໃຫ້​ຜູ້​ຮັບ​ເຄາະ/ ຜູ້ທີ່​ລອດ​ຊີ​ວິດ​ເປັນ​ກັງ​ວົນ ລວມ​ມີ:

  • ການ​ຕັ້ງ​ທ້ອງ

  • ໂຣກ​ຕິດ​ຕໍ່ທາງ​ເພດ (STIs)

  • ສ່ຽງ​ຕໍ່​ການ​ເປັນ​ໂຣກ HIV

  • ຄວາມ​ກັງ​ວົນ​ເລື້ອງ​ສຸ​ຂະ​ພາບ​ທົ່ວໆ​ໄປ

ຜູ້​ດູ​ແລ​ດ້ານ​ສຸ​ຂະ​ພາ​ບ​ຕ້ອງ​ຄຳ​ນຶງ​ເຖິງ​ປະ​ສົ​ບ​ການ​ຈາກ​ການ​ຖືກ​ທຳ​ຮ້າຍ​ທາງ​ເພດ​ຂອງ​ຜູ້​ຮັ​ບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ ວ່າ​ສິ່ງ​ນີ້​ໄດ້​ທຳ​ລາຍ​ຄວາມ​ຮູ້​ສຶກ​​ການ ເປັນ​ເຈົ້າ​ຂອງ​ຮ່າງ​ກາຍຂອງ​ຕົນ​ເອງຢ່າງສິ້ນ​ເຊີງ.  ການ​ປິ່ນ​ປົວ​ໃດໆ​ຕໍ່​ເຂົາ​ເຈົ້າ​ຕ້ອງ​ເພີ້ມ​ຄວາມ​ຮ້​ູ​ສຶກ​ການ​ເປັນ​ເຈົ້າ​ຂອງ​ຮ່າ​ງ​ກາຍ​ຂອງ​ຕົນ​ເອງ​ຢ່າງ​ເຕັມ​ທີ່ ແລະ ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ຕັດ​ສິນ​ໃຈ​ເອົາ​ເອງ.

ການ​ແຈ້ງ​ຕຳຫຼວດ

ຖ້າ​ຜູ້​ເຄາະ​ຮ້າຍ/ຜູ້​ທີ່​ລອດ​ຊີ​ວິດ​ປະ​ສົງຢາກ​ແຈ້ງ​​ເລື້ອງ​ຖືກ​ທຳ​ຮ້າຍ​ຕໍ່ຕຳຫຼວດ, ມີ​ປະ​ເດັນ​ສຳ​ຄັນ​ບາງ​ຢ່າງ​ທີ່​ຕ້ອງ​ຄຳ​ນຶງ.  ຈະ​ເປັນ​ປະ​ໂຫຍດ​ຢ່າງ​ຍິ່ງ​ຖ້າ​ຜູ້​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ ​ຜູ້​ຮັ​ບ​ເຄາະ/ຜູ້​ທີ່​ລອດ​ຊີ​ວິດ  ຮູ້​ວ່າ​ລະ​ບົບເປັນ​ແນວ​ໃດ ແລະ ສ​າ​ມາດ​ເວົ້າ​ລົມ​ເຖິງ​ຈຸດ​ໃຫ​ຍ່ໆໄດ້​ຢ່າງ​ໃຫ້​ກຽດ​ແລະ​ເຫັນ​ອົກ​ເຫັນ​ໃຈ.  ອັນ​ນີ້ ຈະ​ເຮັດ​ໃຫ້​ຜູ້​ເຄາະ​ຮ້າຍ/ຜູ້​ທີ່​ລອດ​ຊີ​ວິດ ​ ສາ​ມາດ​ຄວບ​ຄຸມ​ແລະ​ຮູ້ທາງ​ເລືອກ​ໄດ້ຫຼາຍ​ຂຶ້ນ.

ຜູ້​ເຄາະ​ຮ້າຍ/ຜູ້​ທີ່​ລອດ​ຊີ​ວິດ ອາດ​ເລືອກ​ທີ່​ຈະ​ບໍ່​ແຈ້ງ​ຕຳຫຼວດ, ຫຼືບໍ່​ຮັ​ບ​ການກວດ​ ຈ​າກ​ແພດຫຼື​ກວດ​ຊັນ​ນະ​ສູດຫຼັກ​ຖານ​ທາງ​ແພດ.  ອັນ​ນີ້ ແມ່ນ​ທາງ​ເລືອກ​ສ່ວນ​ຕົວ​ແລະ​ຕ້ອງ​ໄດ້​ຮ​ັບ​ການ​ນັບ​ຖື.

ໃນ​ອອ​ສ​ເຕ​ຣ​ເລັຍ, ຕຳຫຼວດ​ປະ​ຕິ​ບັດງານ​ໂດຍບໍ່​ຂຶ້ນ​ກັບ​ກຸ່ມ​ສາ​ສະ​ໜາຫຼື​ກຸ່ມ​ການ​ເມືອງ.  ຕຳຫຼວດ​ຖືກ​ຊີ້​ນຳ​ໂດຍ​ກົດ​ບັນ​ຍັດ​ອາ​ຊະ​ຍາ​ກຳ (ກົດ​ໝາຍ) ທີ່​ຂຽນ​ໄວ້​ແລະ​ຄົນ​ທົ່ວ​ໄປ​ສາ​ມາດ​ເຂົ້າ​ໄປ​ເບິ່ງ​ໄດ້​ໂດຍ ເຂົ້າ​ໄປ​ເບິ່ງ​ຫ​ນ້າ​ທຳ​ອິດຂອງ​ເຄື່ອ​ຂ່າຍ​ຄອມ​ພິວ​ເຕີ​ຂອງ​ສະ​ພາ​ແຕ່​ລະ​ລັດ. ໜ້າ​ທີ່​ຂອງ​ຕຳຫຼວດ​ແມ່ນ​ເກັບ​ກຳຫຼັກ​ຖານ​ແລະ​ສືບ​ສວນ​ເລື້ອງ​ທີ່​ກ່ຽວ​​ຂ້ອງ​ກັບ​ເຫດ​ການ​ທ​ຳ​ຮ້າຍ​ທ​າງ​ເພດ​ທີ່​ແຈ້ງ​ມາ.

ສິ່ງ​ທີ່​ຄວນ​ພິ​ຈາ​ລະ​ນາ​ເມື່ອ​ແຈ້ງ​ຄວາມ

ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທຳ​ຮ້າຍ​ທາງ​ເພດ ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ການ​ແຈ້ງ​ຄວາມ​ແລະ​ຂັ້ນ​ຕອນ​ທາງ​ກົດ​ໝາຍ​ຢູ່​ໃນ​ລັດຫຼື​ໃນ​ເຂດ​ພູ​ມິ​ພາກ​ຂອງ​ທ່ານ.  ພາ​ສາ​ກົດ​ໝາຍ​ແລະ​ຂັ້ນ​ຕອນ​ອາດ​ຈະສັບ​ສົນ, ແຕ່​ວ່າ​ທ່ານ​ສາ​ມາດ​ຖາມ​ໄດ້​ທຸກ​ເມື່ອ​ຖ້າ​ມີ​ສິ່ງ​ໃດ​ທີ່ບໍ່​​ແຈ່ມແຈ້ງ​ແລະ​ໃຫ້​ເຂົາ​ເຈົ້າ​ອະ​ທິ​ບາຍ​ເປັນ​ພາ​ສາ​ທຳ​ມ​ະ​ດາ​ໃຫ້.  ໂປດ​ຢ່າໄດ້​ລັງ​ເລ​ໃນ​ການ​ສອບ​ຖາມ​ຖ້າ​ມີ​ສິ່ງ​ໃດ​ທີ່​  ທ​່ານບໍ່​ເຂົ້າ​ໃຈ.

ເມື່ອ​ມີ​ເດັກ​ນ້ອຍ​ແລະ​ຄົນ​ໜຸ່ມ​ກ່ຽວ​ຂ​້ອງ

ເມື່ອ​ເດັກ​ນ້ອຍ​ແລະ​ຄົນ​ໜຸ່ມ​ຖືກ​ທຳ​ຮ້າຍ​ທາງ​ເພດ, ຄົນ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ເລົ່າ​ໃຫ້​ຟັງ​ ແມ່ນບຸກ​ຄົນສາ​ມາດ​ເອົາ​ບົດ​ບາດ​ສຳ​ຄັນ

​ໃນ​ການ​ຊ່ວຍ​​ປົກ​ປ້ອງ​ແລະ​ອູ້ມ​ຊູ, ແລະ​ໃນ​ການ​ໃຫ້ ‘​ປະ​ຖົມ​ພະ​ຍາ​ບານ​ດ້ານ​ຈິດ​ໃຈ’.

ໃຫ້​ຮູ້​ໜ້າ​ທີ່​ຂອງ​ຕົນ​ເອງ​ຢ່າງ​ແຈ່ມ​ແຈ້ງ.  ເດັກ​ນ້ອຍ​ແລະ​ຄົນ​ໜຸ່ມ​ຕ້ອງ​ຖືກ​ເຊື່ອ​ຖື, ໄດ້​ຮັບ​ການ​ປອບ​ໃຈ​ແລະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກວ່າ​ເຂົາ​ບໍ່​ມີ​ສ່ວນ​ຮັບ​ຜິດ​ຊອບ​ໃດໆ​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ.  ເມື່ອ​ຕັດ​ສິນ​ໃຈ​ເປີດ​ເຜີຍ, ເດັກ​ນ້ອຍ​ແລະ​ຄົນ​ໜຸ່ມ​ຄົນ​ນັ້ນ​ແມ່ນ​ມາ​ຂໍ​ເພິ່ງ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຕາງ​ໜ້າ​ເຂົາ​ເຈົ້າ​ເພື່ອ​ໃຫ້​ການ​ຂົ່ມ​ເຫັງ​ນັ້ນ​ຢຸດ​ລົງ.

ການ​ກະ​ທຳ​ທາງ​ເພດ​ໃດໆ​ກັບ​ເດັກ​ນ້ອຍ​ແມ່ນ​ອາ​ຊະ​ຍາ​ກຳ​ແລະ​ສາ​ມາດ​ແຈ້ງ​ຕຳຫຼວດ​ໄດ້. ເລກໂທ 000.

ຖ້າທ່ານ​ອູ້ມ​ຊູ​ເດັກ​ຫຼື​ຄົນ​ໜຸ່ມ​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ ໄດ້​ມີ​ບໍ​ລິ​ການ​ຕ່າງໆ​ທີ່​ສາ​ມາດ​ຊ່ວຍ​ໄດ້.

ນອກ​ເໜືອ​ຈາກ​ບໍ​ລິ​ການ​ທີ່​ຂຽນ​ໄວ້​ຂ້າງ​ເທິງໃນ ພາກ​ທົ່ວ​ໄປ, ເມື່ອ​ມີ​ເດັກ​ນ້ອຍ​

ແລະ​ຄົນ​ໜຸ່ມ​ກ່ຽວ​ຂ້ອງ ມີ​ສິ່ງ​ສຳ​ຄັນ​ບາງ​ຢ່າງ​ທີ່​ຕ້ອງ​ຈຳໄວ້.  ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທຳ​ຮ້າຍ​ທາງ​ເພດ​ໃນ​ທ້ອງ​ຖິ່ນ​ຂອງ​ທ່ານ ຫຼື ບໍ​ລິ​ການ​ປົກ​ປ້ອງ​ເດັກ ແມ່ນ​ແຫຼ່ງ​ຂໍ້​ມູນ​ແລະ ອູ້ມ​ຊູ ໃນ​ການ​ເຂົ້າ​ໃຈ​ເຖິງ​ທາງ​ເລືອກ​ຕ່າງໆ​ແລະ​ການ​ຂຶ້ນ​ແຜນ​ເພື່ອ​ຕອບ​ໂຕ້.

ຜູ້​ໃດ​ທີ່​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ເດັກ​ນ້ອຍ​ຄວນ​ໂອ້​ລົມ​ກັບ​ບໍ​ລິ​ການ​ປົກ​ປ້ອງ​ເດັກ​ໃນ​ເຂດ​ທ້ອງ​ຖິ່ນ​ຂອງ​ຕົນ.  ປັດ​ຈຸ​ບັນ ທຸກ​ໆ​ລັດ​ໄດ້​ມີ ກົດ​ໝາຍ​ບັງ​ຄັບ​ໃຫ້​ແຈ້ງ​ຄວາມ.  ກົດ​ໝາຍ​ເຫຼົ່າ​ນີ້​ໝາຍ​ເຖິງວ່າ ບຸກ​ຄົນ​ບາງ​ປະ​ເພດ​ຖືກ​ບັງ​ຄັບ​ທ​າງ​ກົດ​ໝາຍ​ໃຫ້​ແຈ້ງ​ຄວາມ​ຖ້າ​ວ່າ​ເຂົາເຈົ້າ​ມີ​ຄວາມ​ກັງ​ວົນ​ໃດໆ​ຕໍ່​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ.  ຖ້າ​ທ່ານບໍ່​​ແນ່​ໃຈ​ວ່າ​ຕ້ອງ​ແຈ້ງຫຼື ບໍ່, ໃຫ້​ຢຸດ​ແລະ​ປຶກ​ສາ.  ທ່ານ​ສາ​ມາດ​ເວົ້າ​ກັບ​ຜູ້​ຊ່ຽວ​ຊານ​ໃນ​ດ້ານນີ້​​ໃນ​ເຂດ​ຂອງ​ທ່ານໄດ້​ທຸກ​ເວ​ລາ, ເຊັ່ນ ບໍ​ລິ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທຳ​ຮ້າຍ​ທາງ​ເພດ​ທ້ອງ​ຖິ່ນຫຼື​​ໜ່ວຍ​ງານ​ປົກ​ປ້ອງ​ເດັກ​ປະ​ຈຳ​ລັດ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.  1800RESPECT ສາ​ມາດ​ໃຫ້​ຄຳ​ແນະ​ນຳ​ກ່ຽ​ວ​ກັບ​ການແຈ້ງ​ຄວາ​ມ​ໂດຍ​ກົດ​ໝາຍ​ບັງ​ຄັບໃຫ້​ໂທ​ເລກ 1800 737 732.

ເມື່ອ​ອູ້ມ​ຊູ​ເດັກ​ແລ​ະ​ຄົນ​ໜຸ່ມ​ທີ່​ຖືກ​ທຳ​ຮ້າຍ​ທາງ​ເພດ, ໜ້າ​ທີ່​ຂອງ​ທ່ານ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ໃຫ​ຍ່​ແມ່ນ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ປອດ​ໄພ​ແລະ​ເລີ້ມ​ລົງ​ມື​ປະ​ຕິ​ບັດ​ ເພື່ອ​ໃຫ້ການ​ຂົ່ມ​ເຫັງ​ນັ້ນ​ສິ້ນ​ສຸດ​ລົງ.

 

ກ່ຽວກັບການຂຶ້ນແຜນເລື້ອງຄວາມປອດໄພ

ການ​ຂຶ້ນ​ແ​ຜນ​ເລື້ອງ​ຄວາມ​ປອດ​ໄພ​ແມ່ນ​ວິ​ທີ​​​ໜຶ່ງ​ໃນ​ການຄຶດເຖິງ​ແ​ລະ​ຂຶ້ນ​ແຜນ​​ການ​ກະ​ທຳ​ເມື່ອມີ​ເຫດ​ການ​ທີ່ບໍ່​ປອດ​ໄພເກີດ​ຂຶ້ນ.

 ກ່ຽວກັບການຂຶ້ນແຜນເລື້ອງຄວາມປອດໄພ

 

Developed with: Victorian Centres Against Sexual Assault