ກ່ຽວກັບຄວາມຮຸນແຮງໃນບ້ານແລະໃນຄອບຄົວ

ຄວາມຮຸນແຮງໃນບ້ານແລະໃນຄອບຄົວແມ່ນຫຍັງ? ການເຂົ້າໃຈເຣື່ອງຄວາມຮຸນແຮງໃນບ້ານແລະໃນ ຄອບຄົວສາມາດຊ່ວຍໃຫ້ທ່ານສາມາດຕອບໂຕ້ກັບມັນໄດ້.

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

1800RESPECT

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ

ຄວາ​ມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ແມ່ນ​ພຶດ​ຕິ​ກຳ​​ທີ່​ຂົ່ມ​ເຫັງ​ທາ​ຣຸນແບບ​ໜຶ່ງ​ຢູ່​ໃນ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດຫຼື​ຄວາມ​ສຳ​ພັນ​ຢ່າ​ງ​ອື່ນ​ໃນ​ຄອບ​ຄົວເຊິ່ງ​ມາ​ໃນ​ຮູບ​ແບບ​ທີ່​ຄົນໆ​ໜຶ່ງ​ຢູ່​ໃນ​ຖາ​ນະ​ທີ່​ມີອ​ຳ​ນາດ​ເໜືອກວ່າ​ອີກ​ຄົນ​ໜຶ່ງ​ແລະ​ເຮັດ​ໃຫ້​ຄົນ​ນັ້ນ​ເກີດ​ຄວາມ​ຢ້ານ​ກົວ.  ສິ່ງນີ້ເປັນ​ທີ່​ຮູ້​ກັນ​ວ່າ​  ເປັນ​ຄວາມ​ຮຸນ​ແຮງ​ໃນ​ບ້ານ, ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວຫຼື​ຄວາມ​ຮຸນ​ແຮງ​ຕໍ່​ຄູ່​ຄອງ​ໃກ້​ຊິດ.

ຄວາມ​ຮຸນ​ແຮງ​ແບບນີ້​ສາ​ມາດ​ເກີດ​ຂຶ້ນ​ກັບ​ຄວາມ​ສຳ​ພັນ​ຫຼາຍໆ​ແບບ ຕົວ​ຢ່າງ: ລະ​ຫວ່າງ​ຜົວ​ກັບ​ເມັຍ ຫຼື ຄົນ​ທີ່​ເປັນ​ແຟນ​ກັນ; ລະ​ຫວ່າງ​ຜູ້​ໃຫ​ຍ່​ກັບ​ເດັກ ຫຼື ຜູ້​ ໃຫ​ຍ່​ກັບ​ພໍ່​ແມ່​ທີ່​ເຖົ້າ​ແກ່; ຫຼື ລະ​ຫວ່າງ​ຍາດ​ພີ່​ນ້ອງ​ໃນ​ຄອບ​ຄົວ​ເຊັ່ນ​ປ້າ, ລູງ ແລະ ພໍ່​ເຖົ້າ​ແມ່​ເຖົ້າ; ຫຼື​ຄົນ​ທີ່​ຢູ່​ນຳ​ກັນ​ແບບ​ບໍ່​ໄດ້​ມີ​ຄວາມ​ສຳ​ພັນ​ທາງ​ເພດ.

ສ່ວນຫຼາຍຈະ​ໝາຍ​ເຖິງການ​ກະ​ທຳ​ທີ່ ​ ບີບ​ບັງ​ຄັບແລະ​ຄວບ​ຄຸມ.  ຜູ້​ທີ່​ຂົ່ມ​ເຫັງ​ຄົນ​ອື່ນ​ລາງ​ເທື່ອ​ກໍ​ເອີ້ນ​ວ່າ ‘​ຜູ້ກໍ່ຄວາມ​ຮຸນ​ແຮງ’.

​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ບໍ່​ໄດ້ຢຸດ​ລົງ​ເມື່ອ​ຄວາມ​ສຳ​ພັນ​ສິ້ນ​ສຸດ​ລົງ​ສ​ເມີ​ໄປ, ສະ​ນັ້ນ ມັນ​ຈ​ຶ່ງ​ອາດ​​ເກີດ​ຂຶ້ນ​ໄດ້​ເຊັ່ນ​ກັນ​ລະ​ຫວ່າງ​ຜູ້​ທີ່​ເຄີຍ​ມີ​ຄວາມ​ສຳ​ພັນ​ກັນ.

ຜູ້​ທີ່​ຂົ່ມ​ເ​ຫັງ​ຄົນ​ອື່ນ​ອາດ​ໃຊ້​ເລ່​ລ່ຽມ​ຕ່າງໆ​ເພື່ອ​ຮັກ​ສາ ອ​ຳ​ນາດ​ແລະ​ການ​ຄວບ​ຄຸມ​ໃຫ້​ຄົງໄວ້, ເຊັ່ນ:

  • ການ​ທຳ​ຮ້າຍ​ທາງ​ຮ່າງ​ກາຍ, ຕົວ​ຢ່າງ​ບີບ​ຄໍ, ຕົບ​ຕີ, ຍູ້​ແລະ​ຂົ່ມ​ຂູ່​ວ່າ​ຈະ​ທຳ​ຮ້າຍ.

  • ກະ​ທຳ​ຄວາມ​ຮຸນ​ແຮ​ງ​ທາງ​ເພດ, ບັງ​ຄັບ​ໃຫ້​ຮ່ວມ​ເພດຫຼື​ບັງ​ຄັບ​ໃຫ້​ໃຜ​ຜູ້​ໜຶ່ງ​ໃຫ້​ກະ​ທຳ​ການ​ຮ່ວມ​ເພດໃນ​ຮູບ​ແບບ​ທີ່​ເຂົາ​ບໍ່​ຢາກ​ເຮັດ.

  • ຂົ່ມ​ເຫັງ​ທາງ​ຈິດ​ໃຈ, ເວົ້າ​ຈາ​ດູ​ຖູກ​ແລະ​ຢຽດ​  ຫ​ຍາມ, ປະ​ພຶດ​ແບບບໍ່​ໃຫ້​ກຽດ.

  • ​ແຍກ​ໃຫ້​ໂດດ​ດ່ຽວ​ຈາກ​ການ​ອູ້ມ​ຊູ, ຈາກ​ຄອບ​ຄົວ​ແລະ​ຊຸມ​ຊົນ, ຫຼື​ໃຊ້​ຄອບ​ຄົວ​ແລະ​ຊຸມ​ຊົນ​ໃຫ້​ຂົ່ມ​ຂູ່. ອັນ​ນີ້​ອາດ​ຮ​ວມ​ເຖິງ​ການ​ສົ່ງ​ເທັກ​ສ໌ ຫຼື ຂຽນ​ລົງເຟ​ສ​ບຸກ.

  • ຜົກ​ຈອບຫຼືຕິດ​ຕາມ​ເບິ່ງ ‘ການ​ເຄື່ອນ​ໄຫວ​ທຸກ​ບາດ​ກ້າວ’, ຮວມ​ເຖິງ​ການ​ຜົ​ກ​ຈອບ​ທາງ​ອິນ​ເຕີ​ແນັດ, ຜ່ານ​ ສື່​ສານມວນ​ຊົນ, ການ​ໃຊ້ GPS ຕິດ​ຕາມ​ການ​ເຄື່ອນ​ໄຫວ  ຯ​ລຯ

  • ການ​ຂົ່ມ​ເ​ຫັງ​ທາງ​ຈິດ​ຕະ, ເຊັ່ນ​ຕ​ິ​ຕຽນ​ຄວາມ​ປະ​ພຶດ​ຂອງ​ຜູ້​ທີ່​ຖື​ກ​ຂົ່ມ​ເຫງ; ບອກ​ຄົນ​ທີ່​ຖືກ​ຂົ່ມ​ເຫງວ່າ​ເຂົາ​ເຈົ້າ​ມີ​ບັນ​ຫ​າ​ທາງ​ຈິດຫຼື​ເປັນ​ໂຣກ​ກັງ​ວົນ; ໃຊ້​ເລ່​ລ່ຽມຫຼື​ບິດ​ເບືອນ​ຄວາມ​ຈິງ; ຍ້າຍ​ສິ່ງ​ຂອງ​ສ່ວນ​ຕົວຫຼື​ເຄື່ອງ​ເຮືອນ​ແລ້ວ​ກໍ​ປະ​ຕິ​ເສດ​ວ່າບໍ່​ໄດ້​ເຮັດ; ແລະ​ປະ​ຕິ​ເສດ​ວ່າບໍ່​ໄດ້​ມີ​ການ​ຂົ່ມ​ເ​ຫັງ​ໃດໆ.

  • ຂົ່ມ​ເ​ຫັງ​ດ້ານ​ເງິນ​ຄຳ, ເຊັ່ນ​ບໍ່​ໃຫ້​ເງິນ​ໃຊ້​ສອຍຫຼື  ‘ເງິນໃຊ້​ຈ່າຍ​ໃນ​ເຮືອນ’; ຫ້າມບໍ່​ໃຫ້​ອອກ​ໄປ​ເຮັດ​ວຽກ; ໃຊ້​ລະ​ບົບ​ເງິນ​ຄ່າ​ລ້ຽງ​ດູ​ລູກເປັນ​ເຄື່ອງ​ມື; ຂົ່ມ​ໃຫ້​ເຊັນ​ເອ​ກະ​ສານ​ທາງ​ກົດ​ໝາຍຫຼື​ການ​ເງິນ​ເຊິ່ງ​ກໍ່ໃຫ້​ເກີດ​ມີ​ໜີ້​ສິນ; ຂົ່ມ​ຂູ່​ເອົາ​ເງິນ.

  • ຫ້າມບໍ່​ໃຫ້​ປະ​ຕິ​ບັດ​ການ​ເຊື່ອ​ຖື​ທາງ​ຈິດ​ໃຈຫຼື​ການ​ນັບ​ຖື​ສາ​ສ​ນາ, ຫຼື​ບັງ​ຄັບ​ໃຫ້​ປ່ຽນ​ສາ​ສ​ນາຫຼືການ​ເຊື່ອ​ຖື​ໃໝ່.

  • ທຳ​ຮ້າຍຫຼື​ຂູ່​ວ່າ​ຈະທຳ​ຮ້າຍ​ຄົນ​ອັນ​ເປັນ​ທີ່​ຮັກ​ຮວມ​ທັງ​ລູກໆ.

  • ທຳ​ຮ້າຍຫຼື​ຂູ່​ວ່າ​ຈະ​ທຳ​ຮ້າຍ​ສັດ​ລ້ຽງ.

  • ທຳ​ຮ້າຍ​ໂດຍ​ໃຊ້​ກົດ​ໝາຍ, ເຊັ່ນ​ໃຊ້​ລະ​ບົບ​ກົດ​ໝາຍ​ເປັນ​ເຄື່ອງ​​ມື​ຂົ່ມ​ຂູ່, ເຮັດ​ໃຫ້​ໝົດ​ແຮງ, ໃຊ້​ເປັນ​ເຄື່ອງ​ມືຫຼືເຮັດ​ໃຫ້​​ໝົດ​ອຳ​ນາດ.

ຜູ້​ຂົ່ມ​ເຫ​ັງ​ອາດ​ໃຊ້​ການ​ຄວບ​ຄຸມ​ໃນ​ຮູບ​ແບບ​ສະ​ເພາະ​ໃນ​ແຕ່​ລະ​ຄວາມ​ສຳ​ພັນ.  ໃນ​ບາງ​ຄວາມ​ສຳ​ພັນ, ການ​ຍຶດ​ຢູກ​ຢາ​ໄວ້​ກໍ​ຖື​ວ່າ​ເປັນ​ການ​ຄວບ​ຄຸມ.  ການ​ໃຊ້​ເລ່​ລ່ຽມ, ເຊັ່ນ​ຂູ່​ວ່າ​ຈະ​ຂ້າ​ຕົວ​ຕາຍຫຼື​ທຳ​ຮ້າຍ​ຕົ​ວ​ເອງ​ເມື່ອ​​ອີກ​ຄົນ​ໜຶ່ງ​ພະ​ຍາ​ຍາມ​ຈະ​ໜີ​ອອກ​ຈາກ​ຄວາມ​ສຳ​ພັນ, ກໍ​ຖື​ວ່າ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຄ​ວ​ບ​ຄຸມ.  ໃນ​ກໍ​ຣະ​ນີ ທີ່​ແມ່​ຍິງ​ພິ​ການ​ຜູ້​ໜຶ່ງ​ຕ້ອງ​ ເພິ່ງ​ພາຫຼືຕ້ອງ​ການ​ຄວາມ​ດູ​ແລ, ການບໍ່​ໃຫ້​ຄວາມ​ດູ​ແລຫຼື​ໃຊ້​ເລ່​ລ່ຽມ​ໃນ​ການ​ດູ​ແລ​ເຊິ່ງ​ເປັນ​ໄປ​ໃນ​ເຊິງ​ຄວບ​ຄຸມ​ກໍ​ຖື​ວ່າ​ເປັນ​ການ​ໃຊ້​ອຳ​ນາດ​ທີ່​ຜິດ.  ການ​ທຳ​ລາຍ​ໜ້າ​ທີ່​ຂອງ​ຄວາມ​ເປັນ​ແມ່​ໂດຍ​ຫ້າມບໍ່​ໃຫ້​ອອຍຫຼື​​ບໍ່ໃຫ້​ນົມ​ລູກ​ກໍ​ຖື​ວ່າ​ເປັນ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ແບບ​ໜຶ່ງ.

ແມ່​ຍິງ​ມີ​ແນ້ວ​ໂນ້ມ​ວ່າ ຈະ​ປະ​ສົ​ບ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ

ສະ​ຖິ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​​ຄວາມ​ຮຸ​ນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ມັກ​ຈະ​ແມ່ນຜູ້​ຊາຍທີ່​ກະ​ທຳ​ຕໍ່​ແມ່​ຍິງ.

ແມ່​ຍິງ​ບາງ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ປະ​ສົບ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ:

  • ແມ່​ຍິງ​ຖື​ພາ.

  • ແມ່​ຍິງ​ທີ່​ຫ​ຍ່າ​ຮ້າງ.

  • ແມ່​ຍິງ​ທີ່​ມີ​ຄວາມ​ພິ​ການ.

  • ແມ່​ຍິ​ງ​ອາ​ບໍ​ຣິ​ຈີ​ໂນ​ລ​ແລະ​ທໍ​ແຣ​ສ​ຊະ​ເຕ​ຣດ​ໄອ​ແລນ​ເດີ.

ຄວາມ​ຈິງ​ບາງ​ຢ່າງ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ

  • ສ່ວນ​ມາກ​ຈະ​ແມ່ນແມ່​ຍິງ​ທີ່​ປະ​ສົ​ບ​ຄວາມ​ຮຸນ​ແຮງ​ຈາກ​ຄູ່​ຄອງຫຼື​ອະ​ດີດ​ຄູ່​ຄອງ.

  • ຜູ້​ຂ​ົ່ມ​ເ​ຫັງ​ອາດ​ເປັນ​ຄົນ​ມີ​ສະ​ເໜ່ຫຼື​ເປັ​ນ​ທີ່​ນັບ​ໜ້າ​ຖື​ຕາ​ໃນ​ຊຸມ​ຊົ​ນ, ຫຼື​ສະ​ແດງ​ຕົວ​ເປັນ​ຜູ້​ເຄາະ​ຮ້າຍເອງ.  ຄົນ​ທີ່​ມີ​ຊີ​ວິດ​ຢູ່​ກັບ​ຄວາມ​ຮຸນ​ແຮງ​ໃນ​ບ້ານຫຼື​ໃນ​ຄອບ​ຄົວ​ສ່ວນຫຼາຍ​ຈະ​ກ່າວ​ວ່າ​ເຂົາ​ເຈົ້າ​ຢູ່​ກັບ ‘Dr Jekyll ແລະ Mr Hyde’ ຫຼື ‘ຄົນ​ໜ້າ​ເນື້ອ/ໃຈ​ເສືອ’.

  • ​ຜູ້​ຂົ່ມ​ເ​ຫັງ​ມັກ​ຈະ​ປະ​ຕິ​ເສ​ດ​ການກ​ະ​ທຳ​ຂອງ​ຕົນຫຼື​ຕ້ອງ​ຕິ​ຄົນ​ທີ່​ຕົນ​ຂົ່ມ​ເ​ຫັງ. ຄົນ​ເຫຼົ່າ​ນີ້​ຄິດ​ວ່າ​ຕົວ​ເອງ​ເຮັດ​ຖືກ​ແລະ​ມີ​ສິດ​ທີ່​ຈະ​ປະ​ພຶດ​ຂົ່ມ​ເຫງ​ຄົນ​ອື່ນ​ໄດ້.

  • ເດັກ​ນ້ອຍ​ທີ່​ຢູ່​ກັ​ບ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ຈະ​ຖືກກ​ະ​ທົບ​ຈາກ​ສິ່ງນີ້, ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ເຫັນຫຼືບໍ່​​ໄດ້​ຍິນ​ຄວາມ​ຮຸນ​ແຮງ​ເຫຼົ່າ​ນັ້ນ​ກໍ​ຕາມ.  ທັງ​ນີ້ ກໍ​ຍ້ອນ​ວ່າ​ຜູ້​ດູ​ແລ​ເຂົາ​ເຈົ້າ​ປະ​ສົ​ບ​ຄວາມ​ຢ້ານ​ກົວ​ແລະ​ມີ​ຄວາມ​ວຸ້ນ​ວາຍ​ເກີດ​ຂຶ້ນ ​ໃນ​ເຮືອນ.  ສຳ​ລັບ​ເດັກ​ນ້ອຍ​ແລ້ວ, ຄວາມ​ຮຸນ​ແຮງ​ພາຍ​ໃນ​ບ້ານ​ແລະ​ໃນ​ເຮືອນ​ແມ່ນສ້າງ ຄວາມ​ສະ​ເທືອນ​ໃຈ.

  • ຄົນ​ທີ່​ເປັນ​ເກ​ຍ໌, ເລ​ສ​ບຽນ, ຄົນ​ທີ່​ເກີດ​ຜິດ​ເພດ ແລະ ​ຄົນ​ທີ່​ມີ​ຮ່າງ​ກາຍ​ບໍ່​ແມ່ນ​ຊາຍຫຼື​ຍິງ​ແທ້  ກໍ​ອາດ​ຕົກ​ຢູ່​ໃນ​ຄວາມ​ສຳ​ພັນ​ທີ່​ຮຸນ​ແຮງຫຼື​ຖືກ​ຂົ່ມ​ເ​ຫັງ.

ຄວາມ​ຮຸນ​ແຮງ​ແບບ​ອື່ນ​ໆພາຍ​ໃນ​ເຮືອນ

ຄວາມ​ຮຸນ​ແຮງ​ທຸກໆ​ຢ່າງ​​ເປັນ​ສິ່ງທີ່​ຮັບ​ບໍ່​ໄດ້.  ນອກ​ຈາກ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ​ແລ້ວ, ກ​ໍ​ຍັງ​ມີ​ຄວາມ​ຮຸນ​ແຮງ​ແບບ​ອື່ນໆ​ອີກ​ທີ່​ເກີດ​ຂຶ້ນ​ໃນ​ຄອບ​ຄົວ​ແລະ​ໃນ​ຄວາມ​ສຳ​ພັນຕ່າງໆ.  ອັນ​ນີ້ ບໍ່​ຈຳ​ເປັນ​ວ່າ​ຈະ​ກ່ຽວ​ຂ້ອງ​ກັບ​ຄວາມ​ປະ​ພຶດ​ທີ່​ສະ​ແດງ​ອຳ​ນາດ​ແລະ​ການ​ຄວບ​ຄຸມ, ແຕ່​ມັນ​ກໍ​ເປັນ​ສິ່ງ​ທີ່ທຳ​ລາຍ​ຕໍ່​ບຸກ​ຄົນ​ແລະ​ຄອບ​ຄົວ​ແລະ​ຄວາມ​ປອງດອງ​ພາຍ​ໃນ​ຊຸມ​ຊົນ.

ຄວາມ​ຮຸນ​ແຮງ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ກັບ​ທຸກໆ​ຮູບ​ແບບ​ຂອງ​ຄວາມ​ສຳ​ພັນ.  ອັນ​ນີ້ ຮວມ​ເຖິງ​ຄວາມ​ຮຸນ​ແຮງ​ທີ່​ກະ​ທຳ​ໂດຍ​ແມ່​ຍິງ​ຕໍ່​ຜູ້​ຊາຍ, ຄວາມ​ຮຸນ​ແຮງ​ທີ່​ເລັງ​ໃສ່​ຜູ້​ສູງ​ອາ​ຍຸຫຼື​ຄົນ​ທີ່​ມີ​ຄວາມ​ພິ​ການ, ແລະ​ຄວາມ​ຮຸນ​ແຮງ​ໂດຍ​ໄວ​ລຸ້ນ​ຕໍ່​ພໍ່​ແມ່.

ຄົນ​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງຫຼື​ຖືກ​ຂົ່ມ​ເຫັງ​ແບບ​ອື່ນໆ​ພາຍ​ໃນ​ເຮືອນ​ອາດ​ໄດ້​ຮັບ​​ຄວາມເຈັບ​ປວດ, ​ອັນ​ຕະ​ລາຍ ຫຼື ໄດ້​ຮັບ​ຄວາມ​ອັບ​ອາຍ ​ເຊິ່ງ​ມີ​ສະ​ພາບຄ້າຍ​ຄື​ກັນ​ກັບ​ຄົນ​ທີ່​ປະ​ສົບ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ບ້ານຫຼື​ໃນ​ຄອບ​ຄົວ.

ການ​ຂົ່ມ​ເຫັງເດັກ​ນ້ອຍ​ກໍ​ເປັນ​ຄວາມ​ຮຸ​ນ​ແຮງ​ອີກ​ແບບ​ໜຶ່ງ​ຢູ່​ໃນ​ເຮືອນ​ແລະ​ເປັນ​ສິ່ງ​​ທີ່ຮັບ​ບໍ່​ໄດ້​ເດັດ​ຂາດ.  ຖ້າ​ເຈົ້າ​ເປັນ​ຄົນ​ໜຸ່ມ​ທີ່​ຖືກ​ຂົ່ມ​ເຫັງ, ເຈົ້າ​ສາ​ມາດ​ຕິດ​ຕໍ່ Kids Helpline (ສາຍ​ຊ່ວຍ​ເຫຼືອ​ເດັກ) ທີ່ເລກ​ໂທ 1800 55 1800, ຫຼື​ໂທ​ຫາ​ຕຳ​ຣວດ ​ເລກໂທ 000. ຖ້າ​ເຈົ້າ​ຕົກ​ຢູ່​ໃນ​ອັນ​ຕະ​ຣາຍ​ຮີບ​ດ່ວນ​ໃຫ້​ໂທ​ຫາ​ຕຳ​ຣວດ ເລກ​ໂທ 000.

ຖ້າ​ທ່ານ​ປະ​ສົບ​ຄວາມ​ຮຸນ​ແຮງ​ແບບ​ອື່ນໆ​ຢູ່​ໃນ​ຄວາມ​ສຳ​ພັນຫຼື​ໃນ​ຄອບ​ຄົວ, ຂໍ້​ມູນ​ຢູ່​ໃນ​ເວັບ​ໄຊ​ທ໌ນີ້​ກໍ​ມີຄຸນ​ຄ່າ, ແລະ​ບໍ​ລິ​ການຫຼາຍ​ຢ່າງ​ທີ່​ຂຽນ​ໄວ້​ຢູ່ນີ້​ກໍ​ຈະ​ເປັນ​   ປ​ະໂຍດ​.  ສາຍ 1800RESPECT ຈະ​ໃຫ້​ການ​ອູ້ມ​ຊູ​ແລະ​ຂໍ້​ມູນ​ສຳ​ລັບ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ກັບ​ການ​​ຖືກຂົ່ມ​ເຫັງ​ໃນ​ຄວາມ​ສຳ​ພັນ​ທຸກ​ຮູບ​ແບບຫຼື​ຄວາມ​ຮຸນ​ແຮງ​ໃນ​ເຮືອນ. ໃຫ້​ໂທ​ຫາເລກ 1800 737 732.

 

ໃນ​ກໍ​ຣະ​ນີ​ທີ່​ມີ​ອັນ​ຕະ​ຣາຍຮີບ​ດ່ວນ​ໃຫ້​ໂທ 000 ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕຳ​ຣວດ

ຖ້າ​ທ່ານ​ຢາກ​ໂທ​ສາຍ​ດ່ວນ​ໂດຍ​ໃຊ້ TTY ຫຼື​ບໍ​ລິ​ການ​ໂທ​ສົ່ງ​ຕໍ່ແຫ່ງ​ຊາດ, ໃຫ້​ເຂົ້າ​ໄປ​ເບິ່ງ: Calls to emergency services

 

ການອູ້ມຊູຜູ້ຮັບເຄາະ/ຜູ້ທີ່ລອດຊີວິດ

ຂ້ອຍຈະອູ້ມຊູຄົນທີ່ປະສົບຄວາມຮຸນແຮງໃນບ້ານຫຼືໃນຄອບຄົວໄດ້ຢ່າງໃດ? ຄວາມຮຸນແຮງໃນບ້ານແລະໃນຄອບຄົວເປັນເຣື່ອງທີ່ເກີດຂຶ້ນທົ່ວໄປ - ແມ່ຍິງ ໜຶ່ງໃນສາມຄົນ ປະສົບຄວາມຮຸນແຮງໃນບ້ານຫຼືໃນຄອບຄົວໃນຊີວິດຂອງເຂົາເຈົ້າ. ມີບາງສິ່ງທີ່ທ່ານສາມາດເຮັດໄດ້ເພື່ອຊ່ວຍເຫຼືອ.

 ການອູ້ມຊູຜູ້ຮັບເຄາະ/ຜູ້ທີ່ລອດຊີວິດ

 

Developed with: Domestic Violence Resource Centre Victoria