ລາຍການກວດສອບແຜນຄວາມປອດໄພ

ລາຍການກວດສອບນີ້ນີ້ແມ່ນການຊີ້ນຳເຖິງສິ່ງທີ່ທ່ານສາມາດ ຊ່ວຍໃນເລື່ອງຄວາມປອດໄພ.

ຖ້າ​ທ່ານ​ມີ​ຄວາມ​ຢ້ານ​ກົວ​ສຳ​ລັບ​ຕົວ​ທ່ານ​ເອງ, ສຳ​ລັບຄົນ​ໃນ​ຄອບ​ຄົວຫຼື​ຜູ້​ມາ​ໃຊ້​ບໍ​ລິ​ການ​, ໃຫ້​ໂທ 000 ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕຳ​ຣວດ.

ຖ້າ​ທ່ານ​ຢາກ​ໂທ​ສາຍ​ດ່ວນ​ໂດຍ​ໃຊ້ TTY ຫຼື​ບໍ​ລິ​ການ​ໂທ​ສົ່ງ​ຕໍ່ແຫ່ງ​ຊາດ, ໃຫ້​ເຂົ້າ​ໄປ​ເບິ່ງ: Calls to emergency services

ຄວາມ​ປອດ​ໄພ ໃນ​ເຮືອນ

ຊຸມ​ຊົນ​ທີ່​ດູ​ແລ​ເຊິ່ງ​ກັນ​ແລະ​ກັນ

  • ການ​ໂຕ້​ຕອບ​ເປັນ​ພ​າ​ຣະ​ຂອງ​ທຸກໆ​ຄົນ.  ຈົ່ງ​ຂໍ​ໃຫ້​ເພື່ອນ​ບ້ານ​ທີ່​ທ່ານ​ໄວ້​ໃຈ​ ໂທ​ຫາ​ຕຳ​ຣວດ ທີ​່​ເລກ​ໂທ 000 ຖ້າ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ຕີ​ກັນ, ສຽງ​ຮ້ອງຫຼື​ສຽງ​ດັງ​ອຶ​ກກະ​ທຶກ.  ບາງ​ຄົນ​ທີ່​ຢູ່​ໃນ​ແຝ​ລດ ຫຼື ຫ້ອງ​ແຖວ​ມີ​ລະ​ຫັດ​ລັບ​ໃນ​ການທືບ​ແລະ​ເຄາະ​ເພື່ອ​ເຕືອນ​​ເພື່ອນ​ບ້ານ​ໃຫ້​ຕື່ນ​ຕົວ​​ຂໍ​ຄວາມ​ຊ່ວຍ​ເຫຼືອ.

  • ໃຫ້​ມີ​ບ່ອນ​ໄປ​ ​ຖ້າ​ທ່ານ​ຕ້ອງ​ໜີ​ອອກ​ຈາກ​ເຮືອນ.  ຢູ່​ໃນ​ກະ​ເປົ໋າ​ເງິນຫຼື​ໃນ​ໂທ​ລະ​ສັບມື​ຖື ໃຫ້​ຈົດ​ເລກ​ຂອງ​ຄອບ​ຄົວຫຼື​ໝູ່​ເພື່ອນ​ໄວ້.

  • ໃຫ້​ມີ​ມື​ຖື​ເປັນ​ຂອງ​ຕົວ​ເອງ​ແລະ​ມີ​ແບບ​ສັນ​ຍາ (ທາງ​ທີ່​ດີ​ເອົາ​ແບບ​ຈ່າຍ​ລ່ວງ​ໜ້າ) ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ຕິດ​ຕໍ່​ກັບ​ຄົນ​ອື່ນ​ໄດ້​ແລະ​ປະ​ຫວັດ​ການ​ໂທ​ຂອ​ງ​ທ່ານ​ຈະ​ບໍ່​ສາ​ມາດ​ຖືກ​ກວດເບິ່ງ​ໄດ້​ຈາກ​ໃບ​ບ​ິ​ລ​ຫຼື​ຈາກລາຍ​ການ​ໂທ.

  • ໃຫ້​ມີ​​ແຜນຫຼົບ​ໜີ ໃຫ້​ຮຽບ​ຮ້ອຍໄວ້​ເພື່ອ​ເຖິງ​ຄາວທີ່​ທ່ານ​ຄິດ​ວ່າ​ສະ​ຖານ​ການ​ຄວບ​ຄຸມບໍ່​ໄດ້​ແລ້ວ

ຂຶ້ນ​ແຜນຫຼົບ​ໜີ

  • ໃຫ້​ວາງ​ແຜນ​ໄວ້​ແລະ​ຝຶກ​ຊ້ອມ​ໃຊ້​ທາງ​ອອກ​ສຸກ​ເສີນ​ຈາກທຸກໆ​ຫ້ອງໃນ​ເຮືອນ/ແຝ​ລດ.

  • ໃຫ້​ມີ​ຖົງຫຼົບ​ໄພເຊື່ອງ​ໄວ້​ບ່ອນ​ໃດ​ບ່ອນ​ໜຶ່ງ ແລະ​ໃຫ້​​ເອົາ​ກະ​ແຈດອກ​ສຳ​​ຮອງ, ເອ​ກະ​ສານ​ທີ່​ສຳ​ຄັນ, ເຄື່ອງຫຼິ້ນ​ພິ​ເສດ​ຂອງ​ລູກ ແລະ ມີ​ເງິນ​ສົດ​ສຳ​ຮອງ​ໄວ້​ເລັກ​ນ້ອຍໄວ້​ໃນ​ຖົງ ເພື່ອ​ວ່າ​ທ່ານ​ຕົກ​ຢູ່​ໃນ​ສ​ະ​ພາບ​ການ​ທີ່​ຕ້ອງ​ໜີ​ຢ່າງ​ຮີບ​ດ່ວນ.  ຖ້າ​ທ່ານ​ຕ້ອງ​ໃຊ້​ຢາ​ແພດ​ສັ່ງ, ໃຫ້​ເກັບ​ໃບ​ສັ່ງ​ຢາ​ສຳ​ຮອງ​ໄວ້​ໃນ​ຖົງ​ນັ້ນ.

  • ໃຫ້​​ຝາກ​ດອກ​ກະ​ແຈ​ສຳ​ຮອງ, ເອ​ກະ​ສານ​ສຳ​ຄັນ, ຮູບ​ຖ່າຍ​ຂອງ​ບັດ​ທະ​ນາ​ຄານ​ແລະ​ບັດ  ​ເຄ​ຣ​ດິດ ຯ​ລຯ ໄວ້​ກັບ​ຄົນ​ໃນ​ຄອບ​ຄົວ, ໝູ່​ເພື່ອນຫຼື​ໃຜ​ຜູ້​ໜຶ່ງ​ທີ່​ທ່ານ​ໄວ້​ໃຈ ໃຫ້​ເກັບ​ໄວ້​ໃຫ້.

  • ຖ້າ​ທ່ານ​ມີ​ບັນ​ຫາ​ເລື້ອງ​ການ​ເຄື່ອນ​ໄຫວຫຼື​ມີ​ຄວາມ​ພິ​ການ, ໃຫ້​ຈັດ​ການ​ໄວ້​ລ່ວງ​ໜ້າ​ເພື່ອ​ໃຫ້​ໝູ່​ມາ​ຮັບ​ທັນ​ທີ ທີ່​ທ່ານ​ໂທຫຼື​ສົ່ງ​ຂໍ້​ຄວາ​ມ​ຫາ​ເຂົາ​ເຈົ້າ.  ບາງ​ຄົນ​ກໍ​ໃຊ້​ລະ​ຫ​ັດ​ລັບ, ເຊິ່ງ​ຕົກ​ລົງ​ກັນ​ໄວ້​ລ່ວງ​ໜ້າ.  ໃນ​ກໍ​ລະ​ນີ ດັ່ງ​ກ່າວ ທ່ານ​ກໍ​ຍັງ​ສາ​ມາດ​ໂທ​ໄດ້​ເຖິງ​ແມ່ນ​ວ່າ​ຜູ້​​ທີ່ຂົ່ມ​ຂູ່​ທ່ານ​ໄດ້​ຍິນ​ທ່ານ​ເວົ້າ.

  • ຖ້າ​​ເປັນ​ການປອດ​ໄພ, ໃຫ້​​ຂຽນບັນ​ທຶກ​ເຫດ​ການ​ຂົ່ມ​ເຫັງຫຼື​ໜ້າ​ຢ້ານ​ກົວ​ລົງ​ໄວ້​ໃນ​ປື້ມ​ບັນ​ທຶກ.  ອັນ​ນີ້ ຈະ​ຊ່ວຍ​ໄດ້​ຖ້າ​ເຈົ້າ​ຕ້ອງ​ການ​ໝາຍ​​ສັ່ງ​ປົກ​ປ້ອງຈາກ​ສານ.  

ໃຫ້​ເກັບ​ກຳ​ເລກ​ໂທ​ລະ​ສັບ​ທີ່​ເປັນ​ປະ​ໂຫຍດ​ໄວ້

ໃຫ້​ພິ​ຈາ​ລະ​ນາ​ເກັບ​ກ​ຳ​ເອົາ​ທີ່​ຢູ່​ແລະ​ເລກ​ໂທ​ທີ່​ເປັນ​ປະ​ໂຫຍດ​ເຊັ່ນ:

  • ບໍ​ລິ​ການ​ລົດ​ແທັກ​ຊີ​ໃນ​ທ້ອງ​ຖິ່ນ (ບໍ​ລິ​ການ​ແທັກ​ຊີ ທີ່​ໃຊ້​ໄດ້, ເມື່ອ​ທ່ານ​ຕ້ອງ​ການ​ໃຊ້​ບໍ​ລິ​ການ​ເຂົາ​ເຈົ້າ).
  • ​ສາຍໂທລະ​ສ​ັບ​ ສຸກ​ເສີນ ຢູ່​ໃນ​ລັດຫຼື​ເຂດ​ພູ​ມິ​ພາກ​ຂອງ​ທ່ານ.

  • ສູນ​ກາງ​ສຸກ​ເສີນ​ທີ່​ຢູ່​ໃກ້​ບ້ານ​ທ່ານ​ທີ່​ສຸດ.

  • ທີ່​ຢູ່​ສະ​ຖາ​ນີ​ຕຳຣວດ​ໃນ​ທ້ອງ​ຖິ່ນ

  • ຈົ່ງ​ຈຳ​ໄວ້​ວ່າ​ທ່ານ​ສາ​ມາດ​ໂທ ຫາ 1800RESPECT ໄດ້​ທຸກ​ເວ​ລາ​ທີ່​ໝາຍ​ເລກ 1800 737 732

ຄວາມ​ປອດ​ໄພຫຼັງ​ຈາກ​ແຍກ​ທາງ​ກັນ​ແລ້ວ

  • ຖ້າ​ທ່ານ​ແຍກ​ທາງ​ກັນ​ແລ້ວ​ກັບ​ຄູ່​ຄອງ​ຂອງ​ທ່ານ, ໃຫ້​ຕິດ​ຕັ້ງ​ໄຟ​ນອກ​ເຮືອນ, ​ເພີ້ມ ​ລ​ອັກ​ປະ​ຕູ​ແລະ​ປ່ອງ​ຢ້ຽມ, ຫຼື​ປະ​ຕູ​ຮົ້ວ ​ຖ້າ​ເປັນ​ໄປ​ໄດ້.  ປົກ​ກະ​ຕິ ແລ້ວ​ຕຳຣວດ​ຈະ​ສຳຫຼວດ​ເບິ່ງ ‘ການ​ເພີ່ມ​ຄວາມ​ປອດ​ໄພ’ ​ໃຫ້​ທ່ານ ແລະ ຈະ​ບອກ​ທ່ານ​ເຖິງວິ​ທີ​ການ​ຕ່າງໆ​ໃນ​ການ​ເພີ້ມ​ຄວາມ​ປອດ​ໄພ​ສຳ​ລັບ​ເຮືອນຫຼື​ແຝ​ລດ​ແຕ່​ລະ​ແຫ່ງ.  ບາງ​ບໍ​ລິ​ການ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວຫຼື​ບໍ​ລິ​ການ​ຂອງ​ຕຳຫຼວດ​ກໍ​ມີ​ເງິນ​ອຸ​ປະ​ຖ​ຳ​ໄວ້​ໃຫ້​ສຳ​ລັບ​ຄ່າ​ໃຊ້​ຈ່າຍ​ດັ່ງ​ກ່າວນັ້ນ.

  • ໃຫ້​ປ່ຽນ​ເລກ​ໂທ​ລະ​ສັ​ບ​ແລະ​ປັບ​ໃຫ້​ເປັນ​ແບບ ‘ສ່ວນ​ຕົວ’.  ​ໃຫ້​ໃຊ້ ບັດ SIM ອັນ​ໃໝ່​ຖ້າ​ທ່ານ​ຕ້ອງ​ການ​ຕິດ​ຕໍ່​ກັນ​ກ່ຽວ​ກັບ​ເລື້ອງ​ລູກ.

  • ຂໍ​ໃຫ້​ຫ້ອງ​ການ​ລັດ​ຖະ​ບານ, ບໍລິ​ສັດ​ນ້ຳ​ປະ​ປາຫຼືໄຟຟ້າ​ຕ່າງໆ, ​ສຳ​ນັກ​ງານ​ກົດ​ໝາຍ, ທ່ານ​ໝໍ, ໂຮງ​ຮຽນ ຯ​ລຯ ໃຫ້​ເກັບ​ລາຍ​ລະ​ອຽດ​ຂອງ​ທ່ານ​ໄວ​້​ເປັນ​ຄວາມ​ລັບ.

  • ໃຫ້​ເຊົ່າ ຕູ້​ໄປ​ສະ​ນີ (PO Box) ສຳ​ລັບ​ເອ​ກະ​ສານ​ສຳ​ຄັນຫຼື​ເກັບ​ທີ່​ຢູ່​ຂອງ​ທ່ານ​ໄວ້​ເປັນ​ສ່ວນ​ຕົວ.

  • ໃຫ້​ໂອ້​ລົມ​ກັບ​ບໍ​ລິ​ການ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບ​ຄົວ, ທະ​ນາຍ​ຄວາມ​ຊຸມ​ຊົນຫຼື​ຕຳຫຼວດ​ເພື່ອ​ຂໍ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ຂໍ​ເອົາໝາຍ​ສັ່ງ ປົກ​ປ້ອງ​​​ຈາກ​ສານ​ຖ້າ​ທ່ານ​ຍັງ​ບໍ່​ທັນ​ມີ​ເທື່ອ.  ອັນ​ນີ້ ຈະ​ເຕືອນ​ໃຫ້​ຕຳຣວດ​ເຫັນ​​ໄພອັນ​ຕະ​ຣາຍ​ໄດ້ລ່ວງ​ໜ້າ.  ໝາຍ​ສັ່ງ​ນີ້ ຍັງ​ສາ​ມາດຂຽນ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ຂົ່ມ​ເຫັງ​ມາ​ໃກ້​ບ່ອນ​ເຮັດ​ວຽກ​ທ່ານ​ອີກ.

ຄວາມ​ປອດ​ໄພ​ໃນ​ທີ່​ສາ​ທາ​​ລະ​ນະຫຼືບ​່​ອນ​ເຮັດ​ວຽກ

  • ໃຫ້​ຈອດ​ລົດ​ໄວ້​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ທີ່​ມີ​ຄົນຫຼາຍ.  ໃຫ້ຫຼີກ​ເວັ້ນ​ຈອດ​ລົດ​ໄວ້​ບ​່ອນ​ຈອດ​ລົດ​ໃຕ້​ດິນ, ຫຼືຖ້າ​ທ່ານ​ຕ້ອງ​ໄດ້​ຈອດ​ທີ່ນັ້ນ, ໃຫ້​ຫາ​ຄົນ​ຍ່າງ​ພາ​ໄປ​ຫາ​ລົດ.

  • ຖ້າ​ທ່ານ​ແນມ​ເຫັນ​ຄູ່​ຄອງຫຼື​ອະ​ດີດ​ຄູ່​ຄອງ​, ໃຫ້​ຮີບ​ຢ່າງ​ໄປ​ຫາ​ຄົນຫຼື​ບ່ອນ​ທີ່​ມີ​ຄົນຫຼາຍ​ໂດຍ​ໄວ​ທີ່​ສຸດ.

  • ຖ້າ​ທ່ານ​ແຍກ​ທາງ​ກັບ​ຄູ່​ຄອງ​ທ່ານ​ແລ້ວ, ໃຫ້​ຂໍ​ຫົວ​ໜ້າ​ວ່າ​ຂໍ​ໃຫ້​​ກວດໂທ​ລະ​ສັບ​ທີ່​ໂທ​ເຂົ້າ​ມາຫຼື​ແຂກ​ມາ​ຫາ​ໂດຍ​ຜ່ານ​ພະ​ແນກ​ຕ້ອນ​ຮັ​ບ​ເສັຍ​ກ່ອນ.  ຖ້າ​ທ່ານ​ເຮັດ​ວຽກ​ທີ່ ໃນ​ສ​ະ​ຖານ​ທີ່​ສາ​ທາ​ຣະ​ນະ, ເຊັ່ນ​ໃນ​ສູນ​ການ​ຄ້າ, ໃຫ້​ບອກ​ກັບພະ​ນັກ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ໃຫ້​ເອົາ​ຮູບ​ຂອງ​ອະ​ດີດ​ຄູ່​ຄອງ​ຂອງ​ທ່ານ​ໃຫ້​ເຂົາ​ເບິ່ງ​ໄວ້​ກ່ອນ.

  • ຖ້າ​ທ່ານ​ແຍກ​ທາງ​ກັບ​ຄູ່​ຄອງ​ທ່ານ​ແລ້ວ, ໃຫ້​ພະ​ຍາ​ຍາມ​ໃຊ້​​ເສັ້ນທາງ​ທີ່​ແຕກ​ຕ່າງ​ກັນ​ເລື້ອຍໆ.  ຖ້າ​ເປັນ​ໄປ​ໄດ້, ໃຫ້​ຂຶ້ນ​ລົດ​ໄຟຫຼື​ລົດ​ລາງ​ຄັນ​ຕ່າງ​ກັນ, ອອກ​ເຮືອນຫຼື​ກັບ​ບ້ານ​ຈາກວຽກ​ໃນ​ເວ​ລາ​ຕ່າງ​ກັນ, ໄປ​ຊື້​ສິ່ງ​ຂອງ​ທີ່​ຫ້າງ​ຮ້ານຕ່າງ​ກັນຫຼື ຊື້​ທາງ​ອອນ​ລາຍ.

  • ໃຫ້​ບອກ​ຫົວ​ໜ້າຫຼື​ພະ​ນັກ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ກ່ຽວ​ກັບ​ໝາຍ​ສັ່ງ​ປົກປ້ອງ​ຈາກ​ສານ​ເພື່ອ​ຕ້ານ​ທານບໍ່​ໃຫ້​ຜູ້​ຂົ່ມ​ເຫັງ​ມາ​ຢູ່​ໃກ້​ບ່ອນ​ເຮັດ​ວຽກ.  ໃຫ້​ຖື​ເອົາ​​ສຳ​ເນົາໝາຍ​ສັ່ງ​ນັ້ນ​ໄວ້​ທີ່​ບ່ອນ​ເຮັດ​ການ ຫຼື ໄວ້​ໃນ​ກະ​ເປົ໋າ.

ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ

  • ໃຫ້​ໃຊ້​ຄອມ​ພິ​ວ​ເຕີ​ສາ​ທາ​ຣະ​ນະ (ທີ່​ຫ້ອງ​ສ​ມຸດ, ສູນ​ຊຸມ​ຊົນ) ຫຼື ໃຊ້​ຄອມ​ພິວ​ເຕີ​ຂອງ​ໝູ່​ເພື່ອບໍ່​ໃຫ້​ຜູ້​ຂົ່ມ​ເ​ຫັງ​ຕິດ​ຕາມ​ເຂົ້າ​ຫາ​ໄດ້.

  • ໃຫ້​ປ່ຽນຫຼື​ລຶບ​ບັນ​ຊີ​ເຟ​ສ​ບຸກ​​ຂອງ​ທ່ານແລະ​ຂອງ​ລູກໆ, ຫຼື​ທົບ​ທວນ​ຈັດ​ໃຫ້​ເປັນ​ລະ​ບົບ​ສ່ວນ​​ຕົວ​ເພື່ອຈຳ​ກັດການ​ເຂົ້າເບິ່ງ.  ຄົນ​ອື່ນອາດ​ຈະ​ພັ້ງ​ປາກບອກ​ລາຍ​​ລະ​ອຽດ​ຂອງ​ທ່ານໂດຍບໍ່​ຕັ້ງ​ໃຈ ​ວ່າ​ທ່ານ​ພັກ​ຢູ່​ໃສຫຼື​ຈະ​ໄປ​ໃສ.

  • ໃຫ້​ປ່ຽນ​ບັນ​ຊີ ອີ​ແມວ.  ເຮັດ​ໃຫ້​ຍາກ​ຂຶ້ນ​ໃນ​ການ​ນຳ​ຫາ - ຢ່າ​ໃຊ້​ຊື່​ຕົນ​ແລະ​ໃສ່​ປີ​ເກີດ​ໃນ​ຊື່​ທາ​ງ​ອີ​ແມວ.

  • ໃຫ້​ຊ່າງ​ຄອມ​ພິວ​ເຕີ​ກວດ​ເບິ່ງ​ໃຫ້​ວ່າ​ຄອມ​ພິວ​ເຕີ​ທ່ານ​ມີຄົນ​ສົ່ງລະ​ບົບ​ຕາມ​ສືບ (spyware) ຫຼື​ມີ​ໂປ​ແກມ​ລ​ອັກ​ການ​ຕີ​ຕົວ​ໜັງ​ສື​ເຂົ້າ​ມາຫຼືບໍ່.

ຊ່ວຍ​ເຫຼືອ​ເດັກ​ນ້ອຍ

  • ຈົ່ງ​ຊ່ວຍ​ລູກໆ​ຂອ​ງ​ທ່​ານ​ໃຫ້​ຮູ້​​ຈັກສັນ​ຍານ​ວ່າ​ມີ​ອັນ​ຕະ​ຣາຍ.

  • ໃຫ້​ສົນ​ທະ​ນາກັບ​ລູກ​ໆ​ແບບ​ທຳ​ມະ​ດາ​ທົ່ວ​ໆ​ໄປ​ເຊັ່ນ​ດຽວ​ກັບ​ການ​ສົນ​ທະ​ນາ​ເມື່ອ​ການ​ຂຶ້ນ​ແຜນຫຼົບ​ໄພ​ທັມ​ມະ​ຊາດ, ຄວາມ​ປອດ​ໄພ​​ຈາກ​ໄຟ​ໄໝ້, ຯ​ລຯ

  • ໃຫ້​ຝຶກ​ຊ້ອມ​ຫົນ​ທາງຫຼົບ​ໄພ​ສຸກ​ເສີນ - ໃຫ້​ເວົ້າ​ເຖິງ​ສິ່ງ​ເຫຼົ່າ​ນີ້ ໃນ​ເວ​ລາ ດຽວ​ກັ​ນ​ກັບ​ຕອນ​ທີ່​ທ່ານ​ເວົ້າ​ເຖິງ​ການ​ຝຶກ​ຊ້ອມ​ໜີ​ໄຟ​ແລະ​ລົມ​ພະ​ຍຸ.

  • ສອນ​ລູກ​ໃຫ້​ຮູ້​ວ່າບໍ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ທີ່​ຕ້ອງ​ຢຸດ​ການ​ກະ​ທຳ​ຂອງ​ຜູ້​ຂົ່ມ​ເຫັງ​ເມື່ອ​ຄົນ​ຜູ້ນັ້ນ​ໃຈ​ຮ້າຍຫຼື​ຮຸນ​ແຮງ.

  • ສອນ​ລູກ​ໃຫ້​ຈັກ​ວ່າ​ຕ້ອງໂທ​ຫາ​ໃຜຫຼື​ຈະ​ໜີ​ໄປ​ເພິ່ງ​ໃຜ​​ຍາມ​ສຸກ​ເສີນ.  ອັນ​ນີ້ ຮວມ​ທັງ​ໃຫ້​ຮູ້​ຈັກ​ໂທ 000 ແລະ ຮູ້​ຂໍ​ເອົາ​ຕຳ​ຣວດ, ແລະ ຮູ້ບອກ​ທີ່​ຢູ່ຂອງ​ຕົນ.

  • ໃຫ້​ບອກ​ທາງ​ໂຮງ​ຮຽນຫຼືສູນ​ຝາກ​ເດັກ​ກ່ຽວ​ກັບ​ຮຸ​ນ​ແຮງນີ້, ແລະ​ບອກ​ພໍ່​ແມ່​ຂອງ​ເດັກ​ທີ່​ໂຮງ​ຮຽນ​ທີ່​ທ່ານ​ໄວ້​ໃຈ.  ເຂົາ​ເຈົ້າ​ສາ​ມາດ​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ສະ​ແດງ​ເຫັນ​ວ່າ​ສະ​ພາບ​ການ​ຮ້າຍ​ແຮງ​ຂຶ້ນ​ແລະ​ສາ​ມາດ​ຊ່ວຍ​​ດູ​ແລ​ປອບ​ໃຈ​ລູກ​ຂອງ​ທ່ານ.  ການ​ດູ​ແລ​ຈາກ​ຊຸມ​ຊົນ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ປອດ​ໄພ.  ຈົ່ງ​ເອົາ​ໝາຍ​​ສານສັ່ງ​ປົກ​ປ້ອງ​ໃຫ້​ໂຮງ​ຮຽນຫຼື​ສູນ​ຝາກ​ເດັກ, ແລະ​ເອົາ​ຮູບ​ຂອງ​ຜູ້​ຂົ່ມ​ເຫັງ​ໃຫ້​ພ້ອມ​ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ແມ່ນ​ໃຜ.

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

1800RESPECT

ຄວາມຮຸນແຮງໃນບ້ານແລະໃນຄອບຄົວ: ຈະຂຶ້ນແຜນແບບໃດເພື່ອດູແລຕົນເອງ

ໃນ​ກໍ​ຣະ​ນີ​ທີ່​ມີ​ອັນ​ຕະ​ຣາຍຮີບ​ດ່ວນ​ໃຫ້​ໂທ 000 ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ ​ຕຳ​ຫຼວດ.

ຖ້າ​ທ່ານ​ຢາກ​ໂທ​ສາຍ​ດ່ວນ​ໂດຍ​ໃຊ້ TTY ຫຼື​ບໍ​ລິ​ການ​ໂທ​ສົ່ງ​ຕໍ່ແຫ່ງ​ຊາດ, ໃຫ້​ເຂົ້າ​ໄປ​ເບິ່ງ: Calls to emergency services

 

ການໃຫ້ຄຳປຶກສາທາງໂທລະສັບ

ການໃຊ້ບໍລິການໃຫ້ຄຳປຶກສາທາງໂທລະສັບໂດຍມີນາຍພາສາຈາກ TIS.

 ການໃຫ້ຄຳປຶກສາທາງໂທລະສັບ

 

Developed with: Domestic Violence Resource Centre Victoria