ການໃຫ້ຄຳປຶກສາທາງໂທລະສັບ

ການໃຊ້ບໍລິການໃຫ້ຄຳປຶກສາທາງໂທລະສັບໂດຍມີນາຍພາສາຈາກ TIS.

ບໍ​ລິ​ການ 1800RESPECT ມີ​ໄວ້​ຮັບ​ໃຊ້​ທຸກໆ​ຄົນ​ໃນ​ອອ​ສ​ເຕ​ຣ​ເລັຍ ເຊິ່ງ​ໄດ້​ຮັ​ບ​ຜົນ​ກ​ະ​ທົ​ບ​ຈາກ​ການ​ທຳ​ຮ້າຍ​ທາງ​ເພດ​ແລະ​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ແລະ​ໃນ​ຄອບຄົວ.  ຜູ້​ໃຫ້​ຄຳ​ປຶກ​ສາ​ທີ່​ມີ​ຄຸນ​ສົມ​ບັດ​ແລະ​ມີ​ປະ​ສົ​ບ​ການ​ຈະ​ໃຫ້​ຄຳ​ປຶກ​ສາ ແກ່​ທ່ານ, ໃຫ້ຂໍ້​ມູນ​ແລະ​ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ເຂົ້າ​ໃຊ້​ບໍ​ລິ​ການ​ອື່ນໆ.  ອັນ​ນີ້ ແມ່ນ​ບໍ​ລິ​ການ​ຕະຫຼອດ 24 ຊົ່ວ​ໂມງ, ເຈັດ​ມື້​ຕໍ່​ອ​າ​ທິດ.

ພະ​ແນກ​ແປ​ເອ​ກະ​ສານ​ແລະ​ພາ​ສາ​ທາງ​ໂທ​ລະ​ສັບ​ແບບ 24/7 (TIS ແຫ່ງ​ຊາດ) ມີ​ໄວ້​ໃຫ້​ໃຊ້​ຟ​ຣີສຳ​ລັບ​ທຸກໆ​ຄົນ​ທີ່​ຢາກ​ຕິດ​ຕໍ່​ຫາ 1800RESPECT. 

ເພື່ອ​ຂໍ​ນາຍ​ພາ​ສ​າ:

  • ໂທຫາ 1800RESPECT ທີ່​ເລກໂທ 1800 737 732 ແລະ​ຂໍ​ເອົາ​ນາຍ​ພາ​ສາ.  ຜູ້​ໃຫ້​ຄຳ​ປຶກ​ສາ​ຈະ​ຕິດ​ຕໍ່​ຂໍ​ນາຍ​ພາ​ສາ​ໃຫ້, ຫຼ​ື

  • ໂທ​ຫາ ​ບໍ​ລິ​ການ​ແປ​ພາ​ສາ​ທາງ​ໂທ​ຣະ​ສັບ (TIS) 131 450 ແລະ​ຂໍ​ໃຫ້​ເຂົາ​ເຈົ້າ​ຕິດ​ຕໍ່ 1800RESPECT ໃຫ້. 

ການ​ໃຫ້​ຄຳ​ປຶກ​ສາ​ທາງ​ອອນ​ລາຍ

ການ​ໃຫ້​ຄຳ​ປຶກ​ສາ ທາງ​ອອນ​ລາຍ ຂອງ 1800RESPECT ມີ​ໄວ້​ໃຫ້​ເປັນ​ພາ​ສາ​ອັງ​ກິດ​ເທົ່າ​ນັ້ນ.

 

ໃນ​ກໍ​ຣະ​ນີ​ທີ່​ມີ​ອັນ​ຕະ​ຣາຍຮີບ​ດ່ວນ​ໃຫ້​ໂທ 000 ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ ​ຕຳ​ຫຼວດ.

ຖ້າທ່ານຢາກໂທສາຍດ່ວນໂດຍໃຊ້ TTY ຫຼືບໍລິການໂທສົ່ງຕໍ່ແຫ່ງຊາດ, ໃຫ້ເຂົ້າໄປເບິ່ງ: Calls to emergency services

 

TIS

ການໃຊ້ບໍລິການໃຫ້ຄຳປຶກສາທາງໂທລະສັບໂດຍມີນາຍພາສາຈາກ TIS.

TIS